ປະຊາຊົນ ຢ່າຖືເບົາຊ່ວຍກັນທຳລາຍ ແຫລ່ງເພາະພັນໜອນນ້ຳຍຸງລາຍ
ສຳລັບ ໄຂ້ຍຸງລາຍປະຊາຊົນ ລາວທຸກຄົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມກັນສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອພະຍາດ ໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງ ທີ່ເປັນພາຫະ ນຳເຊື້ອພະຍາດ ປະຊາຊົນກໍບໍ່ມີ ຄວາມສ່ຽງຕໍ່ການຕິດ ເຊື້ອ ແລະ ເສຍຊີວີດຍ້ອນພະຍາດ ໄຂ້ຍຸງລາຍ.