ຍສໝ - ບົດກ່າວປາໄສນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ທີ່ເວທີການເຈລະຈາ Shangri-La Dialogue ຄັ້ງທີ 23 ແມ່ນໄດ້ຮັບຄວາມເອົາໃຈໃສ່ ແລະ ການຕີລາຄາສູງ ຈາກບັນດານັກວິຊາການຫຼາກຫຼາຍທ່ານພາຍໃດພາກພື້ນ.
ຍສໝ - ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກຳລັງສ້າງເຄືອຂ່າຍທົ່ວໂລກຂອງຜູ້ຊ່ຽວຊານດ້ານ AI ຂອງຫວຽດນາມ ເພື່ອດຶງດູດ ແລະ ເຊື່ອມຕໍ່ຜູ້ຊ່ຽວຊານດ້ານ AI ທີ່ມີຄຸນວຸດທິສູງ.
ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດແຮງງານໃຫຍ່ທີ່ສຸດຢູ່ ອາຊຽນ.
ຍສໝ - ການຊ່ວຍເຫລືອໃນຄັ້ງນີ້ໄດ້ປະກອບສ່ວນອັນສໍາຄັນສ້າງຂວັນກໍາລັງໃຈອັນໃຫຍ່ຫລວງ ແລະ ເພີ່ມກໍາລັງແຮງ ໃຫ້ແກ່ບັນດາ ແພດໝໍຂອງລາວ ທີ່ມີຈຳນວນຈຳກັດ ທີ່ກໍາລັງເຮັດວຽກແຂ່ງຂັນກັບເວລາເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອທີ່ມີຈຳນວນເພີ່ມຂຶ້ນຫລາຍໃນທຸກມື້ ແລະ ກໍເປັນຂວັນກໍາລັງໃຈອັນປະເສີດແກ່ຄົນເຈັບຜູ້ທີ່ກຳລັງປິ່ນປົວຢູ່ໃນໂຮງໝໍຕ່າງໆ ໃນຂອບເຂດທົ່ວປະເທດ.
ພິທີສະເຫລີມສະຫລອງ ວັນຊ່ຽວຊານປ້ອງກັນ ຄວາມສະຫງົບຫວຽດນາມ ປະຈໍາ ສປປ ລາວ ຄົບຮອບ 60 ປີ (23 ມີນາ 1961-23 ມີນາ 2021 ) ໄດ້ຈັດຂຶ້ນໃນເຊົ້າ ວັນທີ 24 ມີນາ 2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ, ມີລັດຖະມົນຕີ, ອະດິດລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍນາຍ ແລະ ພົນຕໍາຫລວດເຂົ້າຮ່ວມ.
ຍສໝ - ຕອນຄ່ຳວັນທີ 8 ທັນວາ 2019, ທີ່ ນະຄອນຫຼວງວຽງຈັນ ສປປ ລາວ, ໄດ້ດຳເນີນການພົບປະນັກຮົບເກົ່າທີ່ເຄີຍເປັນທະຫານອາສາສະໝັກແລະ ຊ່ຽວຊານຫວຽດນາມຢູ່ ລາວ.
ຍສໝ - ການຕໍ່ສູ້ອັນສະຫງ່າງາມຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ ແມ່ນບົດເພງທີ່ບໍ່ມີວັນຕາຍ, ແມ່ນສັນຍາລັກຂອງຄວາມສາມັກຄີຕໍ່ສູ້ພິເສດ ຫວຽດນາມ-ລາວ ໃນອາດີດ, ປະຈຸບັນ ແລະ ອານາຄົດ.
ຍສໝ - ດ້ວຍຈິດໃຈອາສາສະໝັກ, ເພື່ອປະຕິບັດພັນທະສາກົນອັນມີກຽດສູງສົ່ງ, ໄດ້ຮັບຄວາມຮັກແພງ, ຊ່ວຍເຫຼຶອປົກປ້ອງຂອງປະຊາຊົນລາວບັນດາເຜົ່າ, ຄວາມສາມັກຄີເປັນໜຶ່ງດຽວກັນຕໍ່ສູ້ຂອງ ກຳລັງປະກອບອາວຸດປະຕິວັດລາວ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ເຮັດສຳເລັດພາລະກິດອັນດີເລີດຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອຍາດເອົາໄຊຊະນະທົ່ວປະເທດ ໃນສອງບັ້ນຮົບ ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ການຮຸກຮານຂອງຈັກກະພັດອາເມລິກາ.
ຍສໝ - ເມື່ອມໍ່ໆມານີ້, ຄະນະຊີ້ນໍາ 515 ແຂວງແທັງຮວ໋າ ໄດ້ຈັດຕັ້ງການປະເມີນຜົນວຽກງານທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ລັດຖະມົນຕີວ່າການກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຢືນຢັນວ່າ: ປະຫວັດສາດແຫ່ງໄຊຊະນະຂອງກອງທັບປະຊາຊົນລາວ ຕິດພັນກັບການຊ່ວຍເຫຼືອຂອງ ນັກຮົບ, ທະຫານອາສາສະຫມັກ ແລະ ຊ່ຽວຊານ ປະເທດຫວຽດນາມ.
ຍສໝ - ສະເພາະການທ້ອນໂຮມນັບແຕ່ເດືອນກຸມພາ ຫາ ເດືອນເມສາ ຂອງປີນີ້, ສາມາດທ້ອນໂຮມໄດ້ອັດຖິ 7 ຊຸດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ແລະ ໄດ້ນຳມາປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງຮ່າຕິ້ງ.
ຍສໝ - ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2019, ທີ່ສຸສານນັກຮົບແຫ່ງຊາດຫຼັກ 9, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະ ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງຈີ້ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບລາວ.
ຍສໝ - ຕາມແຜນການ, ຄາດຄະເນໃນວັນທີ 9 ພຶດສະພາ 2019, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງຮ່າຕີ້ງ ຈະຈັດພິທີຕ້ອນຮັບ, ພິທີໄວ້ອາໄລ ແລະ ປົງອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນີ່ມ, ເມືອງເຮືອງເຊີນ.
ຍສໝ - ຕາມແຜນການ, ຄາດຄະເນໃນວັນທີ 9 ພຶດສະພາ 2019, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງຮ່າຕີ້ງ ຈະຈັດພິທີຕ້ອນຮັບ, ພິທີໄວ້ອາໄລ ແລະ ປົງອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນີ່ມ, ເມືອງເຮືອງເຊີນ.
ຍສໝ - ໃນລະຫວ່າງແຕ່ເດືອນ ຕຸລາ 2018 ຫາເດືອນ ພຶດສະພາ 2019 ກົມກອງກອງຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 584 ສັງກັດກອງບັນຊາການທະຫານແຂວງກວ໋າງຈິ ໄດ້ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕ້ານລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ ຢູ່ ສປປ ລາວ 26 ອັດຖິ.