ຍສໝ - ຕອນບ່າຍວັນທີ 13 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ປະຊາຊົນ ຊີຣີ Faisal Al-Mikdad. ເຂົ້າຮ່ວມມີທ່ານປະທານສູນກາງກາແດງ ຫວຽດນາມ ບຸ່ຍທິຮວາ.
ຍສໝ - ເຂົ້າຮ່ວມການເຄື່ອນໄຫວທຳການກຸສົນໜູນຊ່ວຍຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຢູ່ຊີຣີ, ນັກສຶກສາຫວຽດນາມ ຢູ່ລັດເຊຍ ບໍ່ພຽງແຕ່ປະກອບສ່ວນຊ່ວຍຜູ້ປະສົບເຄາະຮ້າຍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນມູນເຊື້ອ ຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາດ, ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ໄປຍັງເພື່ອນມິດສາກົນ.
ຄະນະປະຕິບັດງານລວມມີພະນັກງານ, ນັກຮົບກອງທັບ ແລະ ຕຳຫຼວດ ຫວຽດນາມ 100 ຄົນພວມເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ພ້ອມກັບກຳລັງສາກົນ ຢູ່ເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ມີ ແຮງສັ່ນສະເທືອນ 7,8 ຣິກເຕີ ຢູ່ຕວັກກີ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມການຊອກຮູ້, ກູ້ໄພກູ້ຊີບໃນເຫດໄພພິບັດທຳມະຊາດສາກົນ. ໃນໂອກາດນີ້, ລັດຖະບານ ຫວຽດນາມ ກໍ່ຕັດສິນໃຈໜູນຊ່ວຍເງິນຢ່າງຮີບດ່ວນ ໃຫ້ແກ່ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD. ການກະທຳອັນສູງສົ່ງຂອງ ຫວຽດນາມໄດ້ ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນ ພ້ອມທັງຢັ້ງຢືນກຳລັງຄວາມສາມາດຂອງ ຫວຽດນາມ ໃນຄວາມພ້ອມຮ່ວມແຮງຮ່ວມໃຈເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ອອກຄຳຮຽກຮ້ອງຈາກ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ໃນວັນທີ 14 ກຸມພາ, ໃນນັ້ນ ໄດ້ເນັ້ນໜັກວ່າ ບ້ວງເງິນດັ່ງກ່າວ ຈະຊ່ວຍກອບກູ້ເອົາຊີວິດຂອງປະຊາຊົນ ຊີຣີ ເກືອບ 5 ລ້ານຄົນ ໃນເວລາ 3 ເດືອນຂ້າງໜ້ານີ້.
ປະເທດຕ່າງໆພວມຍູ້ແຮງການເຄື່ອນໄຫວກູ້ໄພກູ້ຊີບ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍ ຈາກເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ ເມື່ອວັນທີ 6 ກຸມທີ່ພາຜ່ານມາ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການໂອ້ລົມສົນທະນາລະຫວ່າງບັນດາຝ່າຍຢູ່ຊີຣີ ກໍ່ຄື ໃນປະຊາຄົມສາກົນ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ.
ຍສໝ - ທ່ານ Mark Lowcock ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັນຫາມະນຸດສະທຳ ໄດ້ສະແດງຄວາມວິຕົກກັງວົນເປັນພິເສດກ່ຽວກັບການຜັນແປນັບມື້ນັບສັບສົນຂອງໂລກລະບາດ Covid – 19 ຢູ່ຊີຣີ.
ຍສໝ - ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ ສະໜອງການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ ຊີຣີ ແລະ ເນັ້ນໜັກວ່າ ຄວາມຈຳເປັນຕ້ອງຂອງຄວາມເປັນເອກະພາບໃນບັນຫາໜູນຊ່ວຍດ້ານມະນຸດສະທຳ.