ກອງປະຊຸມສຸດຍອດ “ການກະທຳຢ່າງຮີບດ່ວນກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ”
ຍສໝ - ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງພ້ອມກັນ ສຸມກຳລົງແຮງ, ສົມທົບກັນມີການກະທຳຢ່າງຮີບດ່ວນ, ເດັດດ່ຽວຂ້ຽວຂາດ ແລະ ແທດຈິງ ກ່ວາອີກເພື່ອປົກປັກຮັກສາ “ແຫຼ່ງຊັບພະຍາກອນອັນລ້ຳຄ່າ” ແມ່ນຊີວະນາໆພັນ, ພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງບັນດາລຸ້ນຄົນໃນອະນາຄົດ.