ເຈີນອຽນ: ເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດໄຕບັກ

ເຈີນອຽນ: ເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດໄຕບັກ

ການຜະລິດກະສິກຳຢູ່ ເມືອງ ເຈີນອຽນ ແຂວງ ອຽນບາຍ ໃນໄລຍະຜ່ານມາ ໄດ້ມີບາດກ້າວພັດທະນາອັນໃຫຍ່ຫລວງ. ເພື່ອບັນລຸໄດ້ສິ່ງນັ້ນ ການນຳເມືອງ ໄດ້ກຳນົດລະອຽດບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ຕົ້ນໄມ້, ສັດລ້ຽງເປັນຫລັກແຫລ່ງໃນການພັດທະນາເສດຖະກິດ ຄື: ການປູກມອນລ້ຽງມ້ອນ, ຫນໍ່ໄມ້ໄຜ່ ບາດໂດ້, ຕົ້ນໄຄ... ທິດກ້າວເດີນນີ້ ໄດ້ຊ່ວຍໃຫ້ປະຊາຊົນຫັນປ່ຽນການຜະລິດ, ຍົກສູງລາຍຮັບ, ປະກອບສ່ວນນຳ ເຈີນອຽນ ກາຍເປັນເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດພູດອຍ ໄຕບັກ.

ລ່າວກາຍ: ການຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ອອກແຮງງານຊົນນະບົດໃນເຂດເນີນສູງ ຊີ່ນໂຮ່

ລ່າວກາຍ: ການຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ອອກແຮງງານຊົນນະບົດໃນເຂດເນີນສູງ ຊີ່ນໂຮ່

ຍສໝ - ປະຊາຊົນຮູ້ວິທີນຳໃຊ້ເຕັກນິກໃນການຜະລິດ ແລະການລ້ຽງສັດ, ປະກອບສ່ວນເພີ່ມລາຍໄດ້ ແລະຫຼຸດອັດຕາຄອບຄົວທຸກຍາກໃນເມືອງ.

ຫວຽດນາມ - ແບນຊິກ ຮ່ວມມືໃນຂົງເຂດສັງຄົມຊົນນະບົດບັນລຸໄດ້ໝາກຜົນດີຫຼາຍຢ່າງ

ຫວຽດນາມ - ແບນຊິກ ຮ່ວມມືໃນຂົງເຂດສັງຄົມຊົນນະບົດບັນລຸໄດ້ໝາກຜົນດີຫຼາຍຢ່າງ

ຍສໝ - ອົງການທີ່ບໍ່ຂຶ້ນກັບລັດຖະບານປະເທດແບນຊິກ, Rikolto ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຂອງ VNUA. ເລີ່ມດໍາເນີນງານຢູ່ຫວຽດນາມ ນັບແຕ່ປີ 1994, Rikolto (ແຕ່ກ່ອນແມ່ນ VECO ຫວຽດນາມ) ໄດ້ປະຕິບັດບັນດາໂຄງການຢູ່ຫລາຍແຂວງ, ນະຄອນໃນຫລາຍຂົງເຂດ, ປະກອບສ່ວນເຂົ້າໃນຂອບຍຸດທະສາດຮ່ວມຫວຽດນາມ - ແບນຊິກ ຢູ່ ຫວຽດນາມ.    

ປຶກສາຫາລືກັນ ແລະ ລະດົມຄວາມຄິດຄວາມເຫັນ ເພື່ອກະກຽມໃສ່ກອງປະຊຸມພາກພື້ນ ເພື່ອພັດທະນາກະສິກຳ-ຊົນນະບົດລະດັບພາກພື້ນ ອາຊີປາຊີຟິກ ຄັ້ງທີ 35

ປຶກສາຫາລືກັນ ແລະ ລະດົມຄວາມຄິດຄວາມເຫັນ ເພື່ອກະກຽມໃສ່ກອງປະຊຸມພາກພື້ນ ເພື່ອພັດທະນາກະສິກຳ-ຊົນນະບົດລະດັບພາກພື້ນ ອາຊີປາຊີຟິກ ຄັ້ງທີ 35

ໃນວັນທີ 27 ມັງກອນ 2020, ເຈົ້າໜ້າທີ່ຈາກກະຊວງກະສິກໍາ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ ລວມທັງພາກສ່ວນອື່ນໆທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນ ແລະ ລະດົມຄວາມຄິດຄວາມເຫັນ ເພື່ອກະກຽມໃສ່ກອງປະຊຸມລະດັບພາກພື້ນ ອາຊີປາຊີຟິກ ຄັ້ງທີ 35 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 17-20 ກຸມພານີ້ ທີ່ ບູຕານ.

ນາຍົກຮຽກຮ້ອງພາກທຸລະກິດຊ່ວຍພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

ນາຍົກຮຽກຮ້ອງພາກທຸລະກິດຊ່ວຍພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

ເຖິງແມ່ນວ່າພວກເຮົາ ຈະມີຜົນສຳເລັດຫຼາຍດ້ານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ມາເຖິງປັດຈຸບັນນີ້ ທົ່ວປະເທດພວກເຮົາກໍຍັງມີຄອບຄົວທຸກຍາກ ຈຳນວນ 64.593 ຄອບຄົວ, ບ້ານທຸກຍາກຈຳນວນ 1.536 ບ້ານ ແລະ ເມືອງທຸກຍາກຈຳນວນ 23 ເມືອງ,

ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ 8 ວຽກງານໃນການພັດທະນາຊົນນະບົດ ປີ 2019

ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ 8 ວຽກງານໃນການພັດທະນາຊົນນະບົດ ປີ 2019

ຍສໝ - ຮັບຮອງເອົາການກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດໄລຍະ 2016-2020 ໃຫ້ໄປລວງດຽວກັນໂດຍສຸມໃສ່ 12 ຈຸດສຸມຂອງສູນກາງ 53 ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງທ້ອງຖິ່ນໃຫ້ມີພື້ນຖານໂຄງລ່າງທີ່ໜັກແໜ້ນ.

ກອງປະຊຸມໂຄງການສ້າງຍຸດທະສາດ ສົ່ງເສີມວຽກເຮັດງານທຳໃນຊົນນະບົດ

ກອງປະຊຸມໂຄງການສ້າງຍຸດທະສາດ ສົ່ງເສີມວຽກເຮັດງານທຳໃນຊົນນະບົດ

ກອງປະຊຸມຄະນະຊີ້ນຳໂຄງການສ້າງຍຸດທະສາດແຫ່ງຊາດສົ່ງເສີມການມີວຽກເຮັດງານທຳຊົນນະບົດໃນ ສປປລາວ ເພື່ອສ້າງໂອກາດການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນຊົນນະບົດໄດ້ຈັດຂຶ້ນໃນວັນທີ 21 ມີນານີ້ ທີ່ໂຮງແຮມລາວພລາຊາ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແລະ ແຂກຖືກເຊີນເຂົ້າຮ່ວມ.

ສປປ ລາວ ສືບຕໍ່ສຸມທຶນຮອນເຂົ້າໃນການພັດທະນາຊົນນະບົດ

ສປປ ລາວ ສືບຕໍ່ສຸມທຶນຮອນເຂົ້າໃນການພັດທະນາຊົນນະບົດ

ການພັດທະນາຊົນນະບົດໃນໄລຍະສອງປີເຄິ່ງຜ່ານມາໂດຍລວມແລ້ວໄດ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດໃນຫຼາຍດ້ານ, ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງຂັ້ນທ້ອງຖິ່ນຍັງໄດ້ສືບຕໍ່ສຸມທຶນຮອນເຂົ້າໃນການປັບປຸງ, ກໍ່ສ້າງ ແລະ ຂະຫຍາຍໂຄງລ່າງພື້ນຖານທີ່ຈຳເປັນຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລົງສູ່ເຂດຊົນນະບົດຫ່າງໄກສອກຫຼີກຢ່າງຕໍ່ເນື່ອງ.