ຍສໝ - ໃນຊຸມມື້ນີ້, ທົ່ວພັກ, ກອງທັບ ແລະ ປະຊາຊົນທົ່ວປວງຊົນລ້ວນແຕ່ສະແດງຄວາມໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ່າງສຸດຊຶ້ງ. ໃນຂະນະທີ່ປະຕິບັດໜ້າທີ່ຢູ່ຫ່າງໄກເປັນສິບພັນກິໂລແມັດຈາກປະເທດຊາດ, ຄະນະປະຕິບັດງານຮັກສາສັນຕິພາບຂອງ ສະຫະປະຊາຊາດຢູ່ ຊູດັງໃຕ້ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ ໄດ້ເອົາທຸງລົງເຄິ່ງເສົາ ແລະ ຕັ້ງແທ່ນບູຊາຕໍ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເພື່ອໃຫ້ເພື່ອນມິດສາກົນໄດ້ມາໄຫວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ.
ຍສໝ - ໃນຕອນຄ່ຳວັນທີ 9 ກໍລະກົດ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຈັດພິທີຕ້ອນຮັບພະນັກງານ, ລັດຖະກອນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4 ທີ່ໄດ້ປະຕິບັດສຳເລັດພາລະກິດຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ຊູດັງໃຕ້ ແລະ ກັບຄືນປະເທດ ຫຼັງຈາກທີ່ໄປເຮັດວຽກກວ່າຫນຶ່ງປີ.
ຍສໝ - ເນື່ອງໃນໂອກາດວັນແພດໝໍຫວຽດນາມ 27 ກຸມພາ, ໂຮງໝໍພາກສະໜາມ ຂັ້ນ 2 ເລກ 4 ຂອງຫວຽດນາມ ຢູ່ ຊູດານໃຕ້ ໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ ແລະ ມອບຂອງຂວັນ ແລະ ຢາປົວພະຍາດຫຼາຍຢ່າງໃຫ້ປະຊາຊົນທ້ອງຖິ່ນ.
ຍສໝ - ໃນສະພາບການຜັນແປທີ່ສັບສົນ ຂອງການລະບາດພະຍາດ COVID-19, ພະນັກງານນັກຮົບ ແລະ ທະຫານຂອງໂຮງໝໍເຄື່ອນທີ່ ຫວຽດນາມ ຢູ່ເຂດ Bentiu (ຊູດານໃຕ້) ໄດ້ພ້ອມກັນປະຕິບັດຫຼາຍວິທີແກ້ໄຂຢ່າງຮີບດ່ວນ ໃນການປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດ COVID-19.