ຍສໝ - ໜັງສືພິມລາຍວັນ South China Morning Post (SCMP) ຂຽນວ່າ: ຊາປາ ແມ່ນຈຸດໝາຍປາຍທາງທີ່ໃກ້ຊິດ ແລະ ດຶງດູດຂອງນັກທ່ອງທ່ຽວຮົ່ງກົງ. ດ້ວຍບັນດາທົ່ງນາຂັ້ນໄດທີ່ສວຍງາມ, ວັດທະນະທຳທີ່ຫຼາກຫຼາຍຂອງຊົນເຜົ່າສ່ວນໜ້ອຍ ແລະ ຈອມພູ ຟານຊິປັງ ທີ່ໃຫຍ່ໂຕມະໂຫຖານ, ຊາປາ ໄດ້ນຳມາໃຫ້ນັກທ່ອງທ່ຽວບັນດາການລົງຕົວຈິງທີ່ບໍ່ອາດລືມໄດ້.
ຍສໝ - ຕອນບ່າຍວັນທີ 27 ເມສານີ້, ຢູ່ທີ່ ຣີສອດ Lady Hill Sapa, ຄະນະກຳມະການປະຊາຊົນເທດສະບານເມືອງຊາປາ ໄດ້ສົມທົບກັບ ສະມາຄົມມິດຕະພາບນະຄອນທ່ອງທ່ຽວສາກົນ ຄຸນໝິງ ຈັດຕັ້ງກອງປະຊຸມໂຄສະນາການທ່ອງທ່ຽວສາກົນເປີດກວ້າງ.
ຍສໝ - ເວັບໄຊການທ່ອງທ່ຽວໃຫຍ່ທີ່ສຸດຂອງໂລກ Booking.com ໄດ້ປະກາດສະຖານທີ 10 ແຫ່ງແຖວໜ້າເພື່ອຖ່າຍຮູບຢູ່ຫວຽດນາມ. ຕາມການຕີລາຄາຂອງນັກທ່ອງທ່ຽວສາກົນ ແລະ ພາຍໃນປະເທດແລ້ວ, ຊາປາ ແມ່ນຢູ່ແຖວໜ້າຂອງຕາຕະລາງຈັດອັນດັບ.
ຍສໝ - ຫວ່າງແລ້ວນີ້, ຈອມພູ Fansipan ໄດ້ປະກົດມີຫິມະຕົກພ້ອມກັບຝົນ. ຮູບພາບຫິມະຕົກໂດຍນັກທ່ອງທ່ຽວໄດ້ບັນທຶກໄວ້ ແລະ ເອົາລົງໃນສື່ສັງຄົມ. ທັດສະນີຍະພາບທີ່ສວຍສົດງົດງາມນີ້ເຮັດໃຫ້ນັກທ່ອງທ່ຽວ ແລະ ນັກຖ່າຍຮູບຫຼາຍຄົນທີ່ມາຈາກຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ, ຊ້ຳບໍ່ໜຳແມ່ນນະຄອນ ໂຮ່ຈີມິນ ຕັດສິນໃຈໄປຊາປາ ເພື່ອຖ້າຫິມະຕົກ.
ຍສໝ - ຢູ່ຊາປາ, ອຸນຫະພູມປົກກະຕິຈະຕໍ່າກວ່າຫຼາຍບ່ອນຢູ່ພາກເໜືອ, ເໝາະແກ່ການ ກິນຈຸ່ມປາເຕິ່ມ, ປາແຊນມອນ - ອາຫານພິເສດທີ່ມີຊື່ສຽງ, ຄວນຊິນເມື່ອມາ ຊາປາ...
ໄປຢ້ຽມຢາມ ຊາປາ ໃນລະດູໜາວ ເພື່ອນຈະມີໂອກາດໄດ້ຮັບຊົມທິວທັດທຳມະຊາດທີ່ມະຫັດສະຈັນ, ຮູ້ສຶກໄດ້ອາກາດໜາວທີ່ເປັນເອກະລັກສະເພາະຂອງພູຜາປ່າໄມ້ເຂດ ໄຕບັກ.
ເນື່ອງໃນໂອກາດວັນຖ່າຍຮູບໂລກ 19 ສິງຫາ, ເວັບໄຊການທ່ອງທ່ຽວໃຫຍ່ທີ່ສຸດຂອງໂລກ Booking.com ໄດ້ປະກາດສະຖານທີ 10 ແຫ່ງແຖວໜ້າເພື່ອຖ່າຍຮູບຢູ່ຫວຽດນາມ. ຕາມການຕີລາຄາຂອງນັກທ່ອງທ່ຽວສາກົນ ແລະ ພາຍໃນປະເທດແລ້ວ, ຊາປາ ແມ່ນຢູ່ແຖວໜ້າຂອງຕາຕະລາງຈັດອັນດັບ.
ຍສໝ - ຕາມການຕີລາຄາຂອງ Booking.com, Top 3 ສະຖານທີ່ຖ່າຍຮູບ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຢູ່ ຫວຽດນາມ ລວມມີ ໂຮ້ຍອານ ດ້ວຍບັນດາເຮືອນບູຮານ, ຊາປາ ດ້ວຍນາຂັ້ນໄດພ້ອມກັບນ້ຳຕົກຕາດໃຫຍ່ໂຕມະຫາຖານ ແລະ ເຂດເມືອງເກົ່າຮ່າໂນ້ຍ - ນະຄອນແຫ່ງ ອະລິຍະທຳນັບພັນປີ.
ຕາມການຕີລາຄາຂອງແຂກທ່ອງທ່ຽວສາກົນແລ້ວ, Top 3 ສະຖານທີ່ຖ່າຍຮູບ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຢູ່ ຫວຽດນາມ ລວມມີ ໂຮ້ຍອານ ດ້ວຍບັນດາເຮືອນບູຮານ, ຊາປາ ດ້ວຍນາຂັ້ນໄດພ້ອມກັບນ້ຳຕົກຕາດໃຫຍ່ໂຕມະຫາຖານ ແລະ ເຂດເມືອງເກົ່າຮ່າໂນ້ຍ - ນະຄອນແຫ່ງ ອະລິຍະທຳນັບພັນປີ.
ຍສໝ - ໃນເດືອນກຸມພາ ປີ 2016, ຫຼັງຈາກການສໍາຫຼວດເປັນເວລາ 7 ເດືອນ ແລະໃຊ້ເວລາກໍ່ສ້າງ 800 ມື້, ໂຄງການກະເຊົ້າໄຟຟ້າ Fansipan ໄດ້ລົງທຶນ ແລະກໍ່ສ້າງໂດຍກຸ່ມ Sun ກໍ່ໄດ້ເປີດນໍາໃຊ້ຢ່າງເປັນທາງການ. ຮອດທ້າຍປີ 2016, ການທ່ອງທ່ຽວ ຊາປາ ເປັນເທື່ອທຳອິດບັນລຸໄດ້ນັກທ່ອງທ່ຽວມາທ່ຽວ 1,2 ລ້ານເທື່ອຄົນ. ໃນລະຫວ່າງປີ 2016-2019, ຈໍານວນນັກທ່ອງທ່ຽວເຂົ້າມາທ່ຽວແຂວງລາວກາຍ ເພີ່ມຂຶ້ນ 144%. ໃນທ້າຍປີ 2019, ລາຍຮັບຈາກການທ່ອງທ່ຽວຂອງແຂວງແມ່ນ 19.200 ຕື້ດົ່ງ, ສູງກວ່າປີ 2016 4 ເທົ່າ.