ຍສໝ - ໃນກອງປະຊຸມຄັ້ງທີ 11 ຂອງສະພາປະຊາຊົນນະຄອນເຫ້ວ ສະໄໝທີ VIII ຈັດຂຶ້ນໃນສອງມື້ 8-9 ທັນວາ, ນະໂຍບາຍສະໜັບສະໜູນການປ່ຽນອາຊີບ ແລະ ການຖອນອອກຈາກການນຳໃຊ້ເຮືອປະມົງກວ່າ 100 ລຳທີ່ບໍ່ມີເງື່ອນໄຂໃນການດຳເນີນງານ ຍັງຄົງດຶງດູດຄວາມສົນໃຈຢ່າງຫຼາຍ ເນື່ອງຈາກມີຜົນກະທົບໂດຍກົງຕໍ່ຊີວິດການດຳລົງຊີບຂອງຊາວປະມົງຫຼາຍຮ້ອຍຄົນ.
ໃນໂອກາດບຸນເຕັດປີ ຂານ 2022 ນີ້, ການເຄື່ອນໄຫວເບິ່ງແຍງດູແລໄດ້ສຸມໃສ່ຜັນຂະຫຍາຍຢູ່ຂັ້ນຮາກຖານ, ດ້ວຍລາຍຈ່າຍທັງໝົດປະມານ 2.400 ຕື້ດົ່ງ.
ໃນວັນທີ 29 ຕຸລາ 2020 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງບາງບັນຫາ ຕໍ່ຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ຮ່າງແຜນງົບປະມານ ປະຈໍາປີ 2021 ຢູ່ກອງປະຊຸມ ສະພາສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII.
ຕາມທະນາຄານໂລກ (WB) ແລ້ວ, ລາຍຮັບພາຍໃນຂອງລາວໃນປີ 2020 ຈະຫລຸດລົງມາເປັນ 10,2% ຂອງ GDP, ປີທີ່ຜ່ານມາ ແມ່ນ 13,5%. ສິ່ງດັ່ງກ່າວອາດຈະເຮັດໃຫ້ການຂາດດຸນງົບປະມານຢູ່ໃນລະດັບ 7,6% ຂອງ GDP, ທຽບໃສ່ລະດັບຄາດໝາຍ ໃນປີ 2019 ແມ່ນ 5,1%.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ ໄດ້ຂຶ້ນຊີ້ ແຈງກ່ຽວກັບນະໂຍບາຍ, ມາດຕະການທາງດ້ານການເງິນ - ງົບປະມານ ໃນ 6 ເດືອນທ້າຍປີ 2020 ແນໃສ່ເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ, ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸ່ນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 25 ມິຖຸນາ 2020 ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.
ການພັດທະນາເຂດເສດຖະກິດພິ ເສດ ຢູ່ ສປປ ລາວ ໄດ້ມີຈຸດພິເສດ ແລະ ມີຄຸນລັກສະນະແຕກຕ່າງກັບການພັດທະນາ ເຂດເສດ ຖະກິດພິເສດຢູ່ປະເທດອື່ນໆ, ເນື່ອງຈາກປະເທດອື່ນ ລັດຖະບານ ເປັນຜູ້ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ, ໃຫ້ນະໂຍບາຍສົ່ງເສີມພິເສດ ແລະ ສ້າງເງື່ອນໄຂ ທີ່ອຳນວຍຄວາມ ສະດວກໄວ້ລໍຖ້າ ເພື່ອໃຫ້ນັກລົງທຶນ ເຂົ້າມາລົງທຶນໃນກິດຈະການຕ່າງໆ ຕາມເປົ້າໝາຍ ທີ່ລັດຖະບານໄດ້ກຳນົດໄວ້.
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 14 ພະຈິກ, ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກຫຼາຍກວ່າ 90% ຈໍານວນສະມາຊິກສະພາແຫ່ງຊາດ, ສະພາແຫ່ງຊາດໄດ້ຄະແນນສຽງຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານສູນກາງປີ 2020.
ຍສໝ - ລັດຖະບານລາວກໍານົດທິດທາງ, ຫນ້າທີ່ລວມ, ຄາດຫມາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2019 ໂດຍຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 5 ທິດທາງ-ຫນ້າທີ່ລວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII (2016-2020).