ນາຍົກລັດຖະມົນຕີຮຽກຮ້ອງໃຫ້ແກ້ໄຂລະເມີດ IUU ຢ່າງລະອຽດ, ພ້ອມທີ່ຈະເຮັດວຽກຮ່ວມກັບທີມງານກວດກາ EC
ຍສໝ - ທີ່ກອງປະຊຸມອອນໄລຄັ້ງທີ 23 ຂອງຄະນະຊີ້ນໍາແຫ່ງຊາດກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະບໍ່ມີລະບຽບ (IUU) ໃນວັນທີ 25 ພະຈິກ ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ້າກະຊວງ, ຂະແໜງການ, ທ້ອງຖິ່ນຮັບຜິດຊອບໂດຍກົງ ຖ້າການລະເມີດເກີດຂຶ້ນ; ພ້ອມກັນນັ້ນກໍໄດ້ຊີ້ນຳໃຫ້ສຳເລັດຂໍ້ມູນ ແລະ ການບັນທຶກ, ພ້ອມທັງກະກຽມຢ່າງເຕັມທີ່ໃຫ້ແກ່ການກວດກາຄັ້ງທີ 5 ຂອງຄະນະກຳມະການເອີລົບ (EC).