ຫວຽດນາມ ເຂົ້າຮ່ວມ ກອງປະຊຸມຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ ກັບບັນດາຄູ່ຮ່ວມມື
ຍສໝ - ທີ່ກອງປະຊຸມ, ເອກອັກຄະລັດຖະທູດຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ (ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ເຢຍລະມັນ, ການາດາ, ນິວຊີແລນ, ນອກແວ...) ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ອາຊຽນ ໃນໄລຍະຜ່ານມາໃນການຊຸກຍູ້ການເຊື່ອມຕໍ່ພາຍໃນກຸ່ມ ກໍຄື ການເຊື່ອມຕໍ່ລະຫວ່າງ ອາຊຽນ ກັບ ພາກພື້ນ.