ໄຂເປີດຄ້າຍພັກແລ້ງຫວຽດນາມ 2025: ສືບຕໍ່ເລື່ອງສັນຕິພາບ
ຍສໝ - ວັນທີ 16 ກໍລະກົດ, ຄ້າຍພັກແລ້ງຫວຽດນາມ 2025 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ດັກລັກ. ຄ້າຍພັກແລ້ງ ແມ່ນເຫດການປະຈຳປີໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈັດຕັ້ງ ເພື່ອສ້າງໂອກາດໃຫ້ລຸ້ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ຳຮຽນກ່ຽວກັບກົກເຄົ້າເຫງົ້າກໍ ແລະ ເຊື່ອມຕໍ່ບ້ານເກີດເມືອງນອນ.