ຍສໝ - ວັນທີ 25 ພະຈິກ, ດ່ານຊາຍແດນ ແທັງຫາຍ, ກອງທັບປ້ອງກັນຊາຍແດນ ແຂວງແຄັ້ງຮວ່າ ໄດ້ປະສານງານກັບ ຄະນະກຳມະການປົກຄອງ ບ້ານ ວິ້ງຫາຍ (ແຂວງແຄັ້ງຮວ່າ) ຈັດຕັ້ງກອງປະຊຸມເພື່ອປະຊາສຳພັນ, ຕຸກຕິການຕ້ານການປະມົງ ທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຕາມຂໍ້ກຳນົດ (IUU) ໃຫ້ແກ່ກວ່າ 80 ນາຍທ່າ ແລະ ເຈົ້າຂອງເຮືອປະມົງ ທີ່ສັງກັດຢູ່ຕາມກຸ່ມ, ທີມງານປະມົງໃນເຂດນັ້ນ.
ຍສໝ - ໃນລະຫວ່າງວັນທີ 16 – 18 ພະຈິກ 2021, ມີ 14/16 ຄ້າຍທະຫານຊາຍແດນແຂວງກອນຕຸມ ຂອງທະຫານຊາຍແດນແຂວງກອນຕຸມ ໄດ້ຈັດພິທີແຮກສ່ຽວກັບ 11 ຕາແສງຊາຍແດນ ເພື່ອແນໃສ່ເພີ່ມທະວີສາຍພົວພັນສາມັກຄີ, ສະໜິດ ຕິດພັນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ປະຕິບັດສໍາເລັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງແຫ່ງຊາດກວ່າອີກ, ຍູ້ແຮງການພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມຢູ່ທ້ອງຖິ່ນ.
ຍສໝ - ວັນທີ 14 ເດືອນກັນຍາ, ຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ລາວບ້າວ, ທະຫານປ້ອງກັນຊາຍແດນ ແຂວງ ກວ້າງຈີ້ ສົມທົບກັບຄະນະກຳມະການປົກຄອງຕົວເມືອງນ້ອຍ ລາວບ້າວ, ເມືອງ ເຫື໋ອງຮ໋ວາ (ກວ້າງຈີ້) ໄດ້ ມອບຂອງຂວັນ ແລະ ສິ່ງທີ່ຈຳເປັນໃຫ້ຊີວິດປະຈຳວັນ ໃຫ້ປະຊາຊົນບັນດາບ້ານຂອງລາວ ຢູ່ຝ່າຍນັ້ນຊາຍແດນ.
ໂດຍຕັ້ງທັບຢູ່ບໍລິເວນເຂດຫ່າງໄກສອກຫຼີກ, ຂາດເຂີນເງື່ອນໄຂທາງດ້ານວັດຖຸ ແລະ ຈິດໃຈ, ແຕ່ບັນດາທະຫານຊາຍແດນຢູ່ຄ້າຍທະຫານຊາຍແດນໝີ໊ລີ໊, ທະຫານຊາຍແດນແຂວງເງະອານ ຍາມໃດກໍ່ໃກ້ຊິດຕິດແທດກັບບ້ານ, ຮ່ວມເດີນທາງກັບພໍ່ແມ່ປະຊາຊົນ. ບໍ່ພຽງແຕ່ສ້າງວິລະກຳໃນການສູ້ຮົບຕ້ານ ແລະ ສະກັດກັ້ນອາດຊະຍາກໍາຢາເສບຕິດເທົ່ານັ້ນ, ຫາກພວກອ້າຍຍັງໄດ້ຊ່ວຍປະຊາຊົນໃນບ້ານຢູ່ເຂດຊາຍແດນຫວຽດນາມ-ລາວ ສ້າງຊີວິດການເປັນຢູ່ໃໝ່ອີກດ້ວຍ.
ຍສໝ - ໃນວັນທີ 2 ກໍລະກົດ, ຄ້າຍທະຫານ-ທະຫານຊາຍແດນ ເຮືອງຟຸ່ງ, ທະຫານຊາຍແດນ ແຂວງກວ້າງຈິ ໄດ້ຈັດຕັ້ງການດຳເນີນ ການກວດກາລາດຕະເວນສອງຝ່າຍກັບ ກອງຮ້ອຍ 312, ກອງບັນຊາການ ທະຫານ ແຂວງສະຫວັນນະເຂດ, ສປປ ລາວ.