ເພີ່ມທະວີວຽກງານ ການສຶກສາອົບຮົມການເມືອງ, ແນວຄິດໃຫ້ແກ່ຄູ, ປັບປຸງການກໍ່ສ້າງຄູ ໃຫ້ມີຄຸນນະພາບ
ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ໃຫ້ເຫັນທິດທາງ ໃນການແກ້ໄຂບັນຫາຄົງຄ້າງ ແລະ ສິ່ງທ້າທາຍໃນຕໍ່ໜ້າ ທີ່ຈະຕ້ອງໄດ້ເອົາໃຈໃສ່ ບາງວຽກງານທີ່ເປັນຈຸດສຸມ ຄື: ເພີ່ມທະວີວຽກງານ ການສຶກສາອົບຮົມການເມືອງ, ແນວຄິດໃຫ້ແກ່ຄູ, ປັບປຸງການກໍ່ສ້າງຄູ ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບ ຄວາມຕ້ອງການ, ປັບປຸງການຄຸ້ມຄອງຄູ ແລະ ບຸກຄະລາກອນການສຶກສາ ໂດຍການສົ່ງເສີມ ການຝຶກອົບຮົມ ແລະ ຍົກລະດັບຄູ ເພື່ອພັດທະນາ ວິຊາຊີບຄູຢ່າງຕໍ່ເນື່ອງ...