ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດ 4 ແຂວງພາກເໜືອ
ປີ 2019 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການອະນຸມັດຈາກລັດຖະບານລາວ ແລະ ລັດຖະບານຍີ່ປຸ່ນ ໃນການຈັດຕັ້ງປະຕິບັດໂຄງການຄັງແຮເຂົ້າ ຊ່ວຍເຫຼືອຜູ້ປະສົບໄພພິບັດ ພາຍໃຕ້ກອງທຶນເພື່ອນຮ່ວມງານ KR1 ໂດຍໄດ້ແຈກຢາຍໃຫ້ບັນດາເມືອງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດປີ 2018 ໃນຂອບເຂດທົ່ວປະເທດ.