ຮ້ານອາຫານຄົວລາວ ໄດ້ຮັບລາງວັນ Women 2020 ASEAN Award
ທ່ານນາງ ມະໂນລາ ດາລາວົງ ເຈົ້າຂອງຮ້ານອາຫານຄົວລາວ ໄດ້ຮັບລາງວັນ Women 2020 ASEAN Award ໃນກອງປະຊຸມສຸດຍອດຜູ້ປະກອບການຍິງ 2020: ທັດສະນະຜູ້ຍິງ ທີ່ສ້າງແຮງຊຸກຍູ້ໃຫ້ມີການເຄື່ອນໄຫວທົ່ວໂລກ (WOMEN 2020 Entrepreneurship Summit: Perspectives of a Global Woman of Impact) ໃນວັນທີ 3 ມີນາ 2020 ຢູ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ເຊິ່ງຕາງໜ້າຮັບໂດຍທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈໍາຟິລິບປິນ.