ສານ​ປະ​ຊາ​ຊົນ​ສູງ​ສຸດ ຈະສືບຕໍ່ເອົາ​ໃຈ​ໃສ່ ​​ແກ້​ໄຂ​ຄະ​ດີ​ໃຫ້​ວ່ອງ​ໄວກວ່າປີຜ່ານມາ

ສານ​ປະ​ຊາ​ຊົນ​ສູງ​ສຸດ ຈະສືບຕໍ່ເອົາ​ໃຈ​ໃສ່ ​​ແກ້​ໄຂ​ຄະ​ດີ​ໃຫ້​ວ່ອງ​ໄວກວ່າປີຜ່ານມາ

ໃນ​ລະ​ຫວ່າງວັນ​ທີ 14-15 ກຸມ​ພາ 2019 ນີ້ ທີ່​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ມີກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ ປີ 2018 ຂອງສານປະຊາຊົນ ເພື່ອຍົກສູງປະສິດທິພາບ ໃນການຄຸ້ມຄອງບໍລິຫານສານ, ບໍລິຫານຄະດີ ໃຫ້ມີຄຸນນະພາບ ແລະ ມີປະສິດທິພາບສູງ, ພ້ອມທັງວາງຄາດໝາຍສູ້ຊົນ ໃນການເອົາໃຈໃສ່ພິຈາລະນາແກ້ໄຂຄະດີ ໃຫ້ມີຄວາມວ່ອງໄວບັນລຸ 85% ຕໍ່ປີ, ຮັບປະກັນການຕັດສິນຄະດີ ມີຄຸນນະພາບ, ອັດຕາມການຂໍອຸທອນ ຢູ່ໃນລະດັບ 15% ແລະ ການຂໍລົບລ້າງໃຫ້ຫລຸດເມື່ອທຽບໃສ່ປີຜ່ານມາ.