ໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV

ໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV

ຍສໝ - ກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນນີ້ (20 ກໍລະກົດ) ຢູ່ທີ່ນະຄອນຫຼວງ ຮາໂນ້ຍ. ຕາມວາລະກອງປະຊຸມ, ກອງປະຊຸມຈະດຳເນີນວຽກງານໄປຈົນຮອດວັນທີ 24 ກໍລະກົດ.

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X ປຶກສາຫາລື ແລະ ລົງເລິກຄົ້ນຄວ້າເອກະສານທີ່ມີ ຄວາມສຳຄັນຍຸດທະສາດຈໍານວນໜຶ່ງ

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X ປຶກສາຫາລື ແລະ ລົງເລິກຄົ້ນຄວ້າເອກະສານທີ່ມີ ຄວາມສຳຄັນຍຸດທະສາດຈໍານວນໜຶ່ງ

ກອງປະຊຸມໄດ້ພ້ອມກັນປຶກສາຫາລື ແລະ ລົງເລິກຄົ້ນຄວ້າເອກະສານທີ່ມີ​ຄວາມ​ສຳຄັນຍຸດທະສາດຈໍານວນໜຶ່ງດັ່ງນີ້: ຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນການວຽກງານ ປະຈໍາ ປີ 2021.

ເຜີຍແຜ່ມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ເຜີຍແຜ່ມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຂຶ້ນ ໃນວັນທີ 26 ພະຈິກ 2019 ທີ່ຫ້ອງປະຊຸມຂອງຫ້ອງວ່າການປະທານປະເທດ ໂດຍການເຜີຍແຜ່ຂອງ ສະຫາຍ ຄຳເມິງ ພົງທະດີ ເລຂາຄະນະພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ມີບັນດາສະມາຊິກພັກ-ພະນັກງານ ພາຍໃນເຂົ້າຮ່ວມ.

ຄະນະບໍລິຫານງານສູນກາງພັກ ຄົ້ນຄວ້າຫຼາຍບັນຫາສຳຄັນ

ຄະນະບໍລິຫານງານສູນກາງພັກ ຄົ້ນຄວ້າຫຼາຍບັນຫາສຳຄັນ

ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 9 ສະ­ໄໝ​ທີ X ຈັດ​ຂຶ້ນ​ວັນ​ທີ 14-23 ຕຸ­ລາ 2019 ທີ່​ຫ້ອງ​ວ່າ​ສູນ​ກາງ​ພັກ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່ ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ປະ­ທານ​ປະ­ເທດ ມີ​ບັນ­ດາ​ກຳ­ມະ­ການ​ກົມ​ການ­ເມືອງ ຄະ­ນະ​ເລ­ຂາ­ທິ­ການ​ສູນ​ກາງ​ພັກ ກຳ­ມະ­ການ​ສູນ​ກາງ ທີ່​ປືກ​ສາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ​ກະ­ຊວງ ອົງ­ການ ເລ­ຂາ​ພັກ​ແຂວງ ແລະ ເຈົ້າ­ແຂວງ​ເຂົ້າ​ຮ່ວມ.