ຄະນະກວດກາສູນກາງພັກ ເຜີຍແຜ່ເຊື່ອມຊຶມເອກະສານ ສຳຄັນຂອງພັກ

ຄະນະກວດກາສູນກາງພັກ ເຜີຍແຜ່ເຊື່ອມຊຶມເອກະສານ ສຳຄັນຂອງພັກ

ຕອນເຊົ້າຂອງວັນທີ 9 ກັນຍານີ້ ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກໄດ້ມີກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໂດຍການເປັນກຽດເຜີຍແຜ່ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງເຂົ້າຮ່ວມຮັບຟັງມີຄະນະປະຈໍາພັກ, ຄະນະພັກຮອງປະທານ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານເຂົ້າຮ່ວມຮັບຟັງ.