ນັກສຶກສາລາວ ຕື່ມອີກ 79 ຄົນມີຄອບຄົວຊ່ວຍອຸປະຖຳຢູ່ ຫວຽດນາມ
ຍສໝ - ວັນທີ 5 ກຸມພາ, ໂຮງຮຽນມິດຕະພາບ 80 (ຕາແສງ ເຊີນໄຕ, ຮ່າໂນ້ຍ) ໄດ້ສົມທົບກັບສາຂາສະມາຄົມ ຫວຽດນາມ - ລາວ ຕາແສງ ເຊີນໄຕ ຈັດຕັ້ງພິທີຮັບຄອບຄົວອຸປະຖໍານັກສຶກສາລາວ. ນີ້ເປັນປີທີ 9 ທີ່ໂຄງການໄດ້ຮັບການຜັນຂະຫຍາຍດ້ວຍການເຂົ້າຮ່ວມຂອງ 15 ຄອບຄົວທີ່ມີຄວາມເຊື່ອຖືໃນທ້ອງຖິ່ນ ແລະ ນັກຮຽນລາວ 79 ຄົນ.