UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ
ຍສໝ - ໃນວັນທີ 31 ພຶດສະພາ, ສະຫະພັນຊາວກະສິກອນຫວຽດນາມ ແລະ ກອງທຶນປະຊາກອນຂອງສະຫະປະຊາຊາດ (UNFPA) ໄດ້ປະກາດໂຄງການ “ສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດ ແລະ ການກະທຳທີ່ສ້າງຄວາມເສຍຫາຍອື່ນໆ” ຢູ່ຮ່າໂນ້ຍ. ນີ້ແມ່ນໂຄງການໃນຂອບເຂດໂຄງການແຫ່ງຊາດ ຄັ້ງທີ 10 ຂອງ UNFPA ສຳລັບຫວຽດນາມ ໃນໄລຍະ 2022-2026.