ຄວາມບໍ່ສະຫງົບໃນອິນໂດເນເຊຍ ໄດ້ຈັດຢູ່ໃນລະດັບສູງສຸດ ຫຼັງການວາງລະເບີດຢູ່ ສຸຣະບາຍາ

ຄວາມບໍ່ສະຫງົບໃນອິນໂດເນເຊຍ ໄດ້ຈັດຢູ່ໃນລະດັບສູງສຸດ ຫຼັງການວາງລະເບີດຢູ່ ສຸຣະບາຍາ

ຍ​ສ​ໝ - ບັນດານະຄອນຫຼາຍແຫ່ງ ສ່ວນໃຫຍ່ຂອງປະເທດ ອິນໂດເນເຊຍ ເຊັ່ນ: ຈາກາຕາ(Jakarta), Riau, ຈາວາ ຕາເວັນຕົກ (East Java) ແລະ ເກາະ ບາລີ ໄດ້ຖືກຈັດເຂົ້າໃນສະຖານະການ ວຸ້ນວາຍລະດັບສູງສຸດກ່ຽວກັບຄວາມບໍ່ສະຫງົບ ພາຍຫລັງຈາກການວາງລະເບີດໂບດ ສາມແຫ່ງຢ່າງ ລຽນຄິດກັນຢູ່ທີ່ : ສຸຣາບາຍາ ( Surabaya), ຈາວາ ຕາເວັນຕົກ, ເຮັດໃຫ້ ມີຜູ່ເສຍຊີວິດ 14 ຄົນ ແລະບາດເຈັບຫຼາຍກວ່າ 40 ຄົນ ໃນນັ້ນລວມທັງຕໍາຫຼວດອີກ 2 ຄົນ.