ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ສື່ມວນຊົນສາກົນໃນການລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງຄົບຖ້ວນ ແລະ ເປັນກາງ
ຍສໝ - ຕອນເຊົ້າວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະນັກຂ່າວຈາກໜັງສືພິມພັກກອມມູນິດ, ພັກທີ່ມີຕຳແໜ່ງ ແລະ ບົດບາດສຳຄັນໃນຫຼາຍປະເທດ, ສື່ມວນຊົນຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະ ອົງການຂ່າວສາກົນທີ່ມາຫວຽດນາມເພື່ອລາຍງານຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ.