ສ້າງເງື່ອນໄຂ ເພື່ອຊາວຫວຽດນາມ ອາໄສຢູ່ຕ່າງປະເທດລົງທຶນຢ່າງແຮງກວ່າອີກໃນຂົງເຂດເຮືອນຢູ່ ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ
ຍສໝ - ວັນທີ 26 ມີນາ 2024, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກຳມາທິການເສດຖະກິດ ສະພາແຫ່ງຊາດ, ກະຊວງກໍ່ສ້າງ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເປັນປະທານຮ່ວມຈັດຕັ້ງກອງປະຊຸມໂຄສະນາ, ເຜີຍແຜ່ເນື້ອໃນທີ່ກ່ຽວຂ້ອງເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່ ແລະ ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ກອງປະຊຸມ).