ກະຊວງສາທາລະນະສຸກ ຮັບວັກຊິນກັນພະຍາດໂຄວິດ - 19 ຈຳນວນ 50.000 ໂດສ ຈາກ ລັດຖະບານ ໂອຕາລິດ
ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດະຊວັນຕວຽນ ໄດ້ຕາງໜ້າກະຊວງສາທາລະນະສຸກ ຮັບເອົາວັກຊິນກັນພະຍາດໂຄວິດ - 19 AstraZeneca 50.000 ໂດສ ໂດຍສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ ເປັນຂອງຂວັນ.