ນຳສົ່ງພົນລະເມືອງຫວຽດນາມ 230 ຄົນຈາກສິງກະໂປ ແລະ ຍີ່ປຸ່ນກັບມາຫວຽດນາມ
ຍສໝ - ພາຍຫຼັງລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ພາຍຫຼັງລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ພາຍຫຼັງ ເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນ ໂຮ່ຈີມິນ), ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ຜູ້ໂດຍສານໃນຖ້ຽວບິນລວມມີເດັກນ້ອຍທີ່ມີອາຍຸນ້ອຍກ່ວາ 18 ປີ, ຜູ້ມີອາຍຸສູງ, ຜູ້ມີພະຍາດປະຈຳຕົວ, ຜູ້ແຮງງານໝົດອາຍຸວິຊາ ແລະ ສັນຍາແຮງງານ, ນັກທ່ອງທ່ຽວຖືກຕົກຄ້າງ, ນັກສຶກສາໄດ້ສຳເລັດການຮຽນ ແລະ ບັນດາກໍລະນີທີ່ປະສົບການຄວາມຫຍຸ້ງຍາກຕ່າງໆ.
ຍສໝ - ໃນລະຫວ່າງວັນທີ 15 – 16 ສິງຫາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມປະຈຳ ການາດາ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ການາດາ ຈັດສົ່ງພົນລະເມືອງ ຫວຽດນາມ 340 ຄົນກັບມາປະເທດຢ່າງປອດໄພ.
ຍສໝ - ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມໄດ້ປະສານສົມທົບກັບ ອຳນາດການປົກຄອງປະເທດປະຈໍາຖິ່ນເພື່ອນຳສົ່ງພົນລະເມືອງຫວຽດນາມ 930 ຄົນ ຈາກຍີ່ປຸ່ນ, ຟີລິບປິນ ແລະອັງໂກລາ ກັບມາປະເທດຢ່າງປອດໄພ.
ຍສໝ - ດ້ວຍເປົ້າໝາຍຮັບປະກັນສຸຂະພາບໃຫ້ແກ່ພົນລະເມືອງ, ສະກັດກັ້ນການແຜ່ລາມຂອງໂລກລະບາດ, ບໍລິສັດການບິນ Vietjet ໄດ້ປະຕິບັດບັນດາມາດຕະການກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພຢ່າງເຂັ້ມງວດໃນຕະຫຼອດໄລຍະທາງ.
ຍສໝ - ໃນໄລຍະຈະມາເຖິງ, ເລື່ອງນຳພົນລະເມືອງທີ່ປະສົບກັບຄວາມຫຍຸ້ງຍາກກັບມາປະເທດຈະໄດ້ຈັດຕັ້ງຕາມຄວາມມຸ່ງຫວັງຂອງປະຊາຊົນ, ເໝາະສົມກັບສະພາບການໂລກລະບາດ ແລະ ຄວາມອາດສາມາດຂອງການແຍກຕົວພາຍໃນປະເທດ.