ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ

ສືບຕໍ່ນຳເອົາພົນລະເມືອງຫວຽດນາມຢູ່ມຽນມາ ແລະ ບຣູໄນກັບຄືນບ້ານຢ່າງປອດໄພ

ຍສໝ - ໃນວັນທີ 10 ສິງຫາ 2021, ອີງຕາມການຈັດແຜນຂອງກະຊວງການຕ່າງປະເທດ ແລະ ອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມ ປະຈຳມຽນມາ ໄດ້ຈັດຖ້ຽວບິນສະເພາະຂອງສາຍການບິນ Bamboo Airways ເຊິ່ງໄດ້​ໂດຍ​ສານພົນລະເມືອງ​ທີ່ຖືກຕິດຄ້າງ 182 ຄົນ ກັບຄືນປະ​ເທດ ​ເນື່ອງ​ຈາກພະຍາດ COVID-19. ໃນມື້ດຽວກັນ, ພົນລະເມືອງຫວຽດນາມ 154 ຄົນຈາກປະເທດບຣູໄນ ກໍ່ໄດ້ກັບຄືນ​ປະ​ເທດຢ່າງປອດໄພ ດ້ວຍຖ້ຽວບິນໂດຍສານ​ເໝົາ​ລຳຂອງ LILAMA.

ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນ ຈາກປະເທດ  ໄຊປຣັດ ແລະ ອາຣັບບີ ຊາອູດິດ ກັບຄືນປະເທດຢ່າງປອດໄພ

ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນ ຈາກປະເທດ ໄຊປຣັດ ແລະ ອາຣັບບີ ຊາອູດິດ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນລະຫວ່າງ ແຕ່ວັນທີ 8-9 ສິງຫາ, ອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມປະຈຳ ອີຕາລີ ພ້ອມກັນປະເທດ  ໄຊປຣັດ, ສະຖານທູດຫວຽດນາມປະຈຳ ອາຣັບບີ ຊາອູດິດ  ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນ 270 ຄົນ ກັບຄືນປະເທດຢ່າງປອດໄພ.

ພົນລະເມືອງຫວຽດນາມຈຳນວນ 300 ຄົນ ໄດ້ກັບຄືນບ້ານຈາກປະເທດຍີ່ປຸ່ນ ດ້ວຍຄວາມປອດໄພ

ພົນລະເມືອງຫວຽດນາມຈຳນວນ 300 ຄົນ ໄດ້ກັບຄືນບ້ານຈາກປະເທດຍີ່ປຸ່ນ ດ້ວຍຄວາມປອດໄພ

ຍສໝ - ວັນທີ 22 ເມສາ, ການບິນຫວຽດນາມ ໄດ້ນຳເອົາພົນລະເມືອງຫວຽດນາມ 300 ຄົນ ທີ່ປາດຖະໜາ ຢາກກັບຄືນບ້ານ, ໄດ້ຈອດລົງດິນດ້ວຍຄວາມປອດໄພ. ການບິນນີ້ແມ່ນທາງເດີນຂອງຖ້ຽວບິນທີ່ສົ່ງເຄື່ອງອຸປະກອນການແພດຂອງລັດຖະບານ, ປະຊາຊົນຫວຽດນາມ ມອບໃຫ້ປະເທດຍີ່ປຸ່ນ ເພື່ອຊ່ວຍເຫຼືອ ຍີ່ປຸ່ນໃນການຕ້ານໂລກລະບາດ Covid-19.