ມະຕິເລກທີ 57: ກຸນແຈເພື່ອຊ່ວຍໃຫ້ ຫວຽດນາມ ພັດທະນາຢ່າງກະໂດດຂັ້ນ
ຍສໝ - ວັນທີ 22 ທັນວາ 2024, ກົມການເມືອງໄດ້ອອກມະຕິເລກທີ 57 ກ່ຽວກັບການບຸກທະລຸດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ. ເປັນຄັ້ງທຳອິດ, ບັນດາຂົງເຂດເຫຼົ່ານີ້ໄດ້ຮັບການຈັດຕັ້ງຢູ່ໃນຖານະ “ບາດກ້າວບຸກທະລຸສຳຄັນແຖງໜ້າ”, ເປັນກຳລັງແຮງຕົ້ນຕໍໃນການພັດທະນາກຳລັງຜະລິດທີ່ທັນສະໄໝ, ການພົວພັນດ້ານການຜະລິດທີ່ສົມບູນແບບ, ປ່ຽນແປງໃໝ່ແບບວິທີການປົກຄອງປະເທດຊາດ, ພັດທະນາເສດຖະກິດ - ສັງຄົມ, ປ້ອງກັນຄວາມສ່ຽງທີ່ຈະຕົກຕ່ຳຖອຍຫຼັງ, ນຳປະເທດຊາດກ້າວເຂົ້າສູ່ການພັດທະນາ ແລະ ວັດທະນາຖາວອນໃນສັງກາດໃໝ່.