ນັກສຶກສາລາວ ຕ້ອນຮັບບຸນປີໃໝ່ລາວ ຢູ່ກຸງເກົ່າເຫວ້
ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ລາວ ປີ 2019 (ພສ 2562 ), ຕອນຄໍ່າວັນທີ 7 ເມສາ, ທີ່ນະຄອນເຫວ້, ມະຫາວິທະຍາໄລເຫວ້ ສົມທົບກັບວິທະຍາໄລສ້າງຄູເຫວ້ ແລະຄະນະຜູ້ຕາງໜ້ານັກສຶກສາລາວ ຢູ່ເຫວ້ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ໃຫ້ນັກສຶກສາລາວ 500 ຄົນທີ່ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ເທື່ອທຽນ-ເຫວ້.