ຍສໝ - ປະຕິບັດແນວທາງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ (IUU), ແຂວງ ດັກລັກ ໄດ້ຊີ້ນຳໃຫ້ສຸມໃສ່ປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບບັນດາວຽກງານຮີບດ່ວນເພື່ອສົມທົບກັບທົ່ວປະເທດ ມຸ່ງໄປເຖິງເປົ້າໝາຍປົດ “ບັດເຫຼືອງ” ຂອງຄະນະກຳມາທິການເອີຣົບ (EC).
ຍສໝ - ນະຄອນ ຟູ໋ກວກ ໄດ້ລົງນາມໃນບັນດາຂໍ້ກຳນົດ ແລະ ແຜນການສົມທົບກັບບັນດາເມືອງ, ນະຄອນ ແລະ ຂະແໜງການປະມົງແຂວງ ກຽນຢາງ ໃນການລາດຕະເວນ, ຄວບຄຸມ ແລະ ແກ້ໄຂບັນຫາກຳປັ່ນຫາປາແບບຜິດກົດໝາຍຢູ່ເຂດດັ່ງກ່າວ.
ຍສໝ - ການຄຸ້ມຄອງກຳປັ່ນຫາປ່າ, ຍົກລະດັບຄວາມຮັບຮູ້ໃຫ້ແກ່ເຈົ້າຂອງກຳປັ່ນຍັງແມ່ນບັນຫາຫຼັກແຫຼ່ງຂອງບັນດາທ້ອງຖິ່ນເພື່ອຢຸດຕິສະພາບການຂຸດຄົ້ນ IUU.
ແຜນການໄດ້ວາງອອກບາງໜ້າທີ່, ຄື: ນັບແຕ່ນີ້ຮອດເດືອນ ພຶດສະພາ 2023, ຕ້ອງໃຫ້ສຳເລັດວຽກງານຈົດທະບຽນ, ອອກໃບອະນຸຍາດໃຫ້ຂຸດຄົ້ນສິນໃນນ້ຳ, ຕິດຕັ້ງເຄື່ອງຕິດຕາມກວດກາການເດີນທະເລຂອງກ່ຳປັ່ນຫາປາ (VMS).
ຍສໝ - ພາຍຫຼັງຜັນຂະຫຍາຍຂໍ້ສະເໜີແນະຂອງຄະນະກຳມະການເອີລົບ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ ໂດຍບໍ່ແຈ້ງການຂຸດຄົ້ນ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ມາເປັນເວລາເກືອບ 3 ປີ, ຊາວປະມົງບັນດາເຂດທະເລໄດ້ມີການຜັນປ່ຽນຢ່າງຕັ້ງໜ້າໃນການປະຕິບັດການຈົດ-ສົ່ງບົດບັນທຶກການຂຸດຄົ້ນ, ແຈ້ງໂມງທີ່ເຮືອ/ກ່ຳປັ່ນອອກ/ເຂົ້າທຽບທ່າ ແລະ ສະຕິຄວາມຮັບຮູ້ໃນການປະຕິບັດບັນດາຂໍ້ກຳນົດກົດໝາຍເມື່ອທຳມາຫາກິນໃນທະເລ.
ຍສໝ - ເຈົ້າໜ້າທີ່ 3 ປະເທດ ລາວ, ຈີນ, ມາເລເຊຍ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນບົດຮຽນປະສົບການອາຊີບຫາປາ ທັນສະໄໝເພື່ອປຶກສາຫາລືກ່ຽວກັບຄວາມສາມາດໃນການຮ່ວມມືໃນຂົງເຂດສິນທະເລລະຫວ່າງບັນດາຝ່າຍ.
ຍສໝ - ລັດຖະບານອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ, ສະນັ້ນກະຊວງທະເລ ແລະການປະມົງອິນໂດເນເຊຍປາດຖະໜາຢາກຊຸກຍູ້ ແລະ ນຳການພົວພັນຮ່ວມມືກັບຫວຽດນາມຂຶ້ນສູ່ ລະດັບສູງໃໝ່ ໃນການຫາປາ, ການລ້ຽງປາ ແລະການນຳເຂົ້າ ແລະສົ່ງອອກສິນໃນນ້ຳເພື່ອຜົນປະໂຫຍດຂອງຊາວກະສິກອນ ແລະຊາວປະມົງຂອງສອງປະເທດ