ຍສໝ - ຕອນບ່າຍວັນທີ 2 ມີນາ, ສະຫະພັນການຈັດຕັ້ງມິດຕະພາບນະຄອນເກິນເທີ (ສະຫະພັນເກິນເທີ) ໄດ້ມີວາລະປະຊຸມເຮັດວຽກຮ່ວມກັບຄະນະບໍຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນເກິນເທີ, ສົນທະນາແຜນການຈັດກິດຈະກຳການເຄື່ອນໄຫວຕ່າງໆເພື່ອລະນຶກຄົບຮອບ 60 ປີ ວັນສ້າງການພົວພັນການທູດ (5/9/1962-5/9/2022) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2022).
ຍສໝ - ງານວາງສະແດງໄດ້ດຶງດູດການເຂົ້າຮ່ວມຂອງສິນລະປິນນັກແຕ້ມຮູບຢູເຄຣນຫຼາຍກວ່າ 50 ທ່ານໃນທົ່ວປະເທດ ພ້ອມກັບປະມານ 120 ຮູບແຕ້ມທີ່ສະແດງໃຫ້ເຫັນຮູບພາບຂອງຜືນແຜນດິນ ແລະ ປະຊາຊົນຄົນຫວຽດນາມ.
ຍສໝ - ໃນວາລະການຢ້ຽມຢາມປະເທດ ສ.ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 9 ຫາ 11 ກຸມພາ, ໃນຕອນເຊົ້າຂອງວັນທີ 10 ກຸມພາ ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າປະຊຸມປຶກສາຫາລືກັບ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui Yong.
ຍສໝ - ໃນການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ, ປະທານາທິບໍດີ ສ. ເກົາຫຼີ Moon Jae-in ສະແດງຄວາມຫວັງວ່າສອງປະເທດຈະຍົກລະດັບການພົວພັນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ໂດຍໄວຂຶ້ນ.
ຍສໝ - ວັນທີ 17 ມັງກອນ, ສະຖານທູດ ສ. ເກົາຫຼີ ທີ່ຫວຽດນາມ ແລະ ສະຖານທູດຫວຽດນາມ ທີ່ ສ. ເກົາຫຼີ ໄດ້ປະສານສົມທົບຈັດຕັ້ງພິທີປະກາດໃຊ້ໂລໂກ້ສັນຍາລັກ ລະນຶກ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ສ. ເກົາຫຼີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ (ວັນທີ 18 ມັງກອນ 1950 – 18 ມັງກອນ 2022), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແລກປ່ຽນໂທລະເລກຊົມເຊີຍ ກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ລີ໊ຈານຊູ.