ຫວຽດນາມ - ອັງກິດເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຕ້ານການປ່ຽນແປງຂອງດິນຟ້າອາກາດ
ຍສໝ - ການນຳລັດຖະບານ, ສະພາແຫ່ງຊາດອັງກິດຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງຕັ້ງໜ້າທີ່ສຸດ, ເປັນຕົ້ນແມ່ນນັບແຕ່ເວລາສົນທິສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ຮັບການລົງນາມ ແລະ ມີຜົນບັງຄັບໃຊ້.