ການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ເບລາຣຸດ
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອງຢູງ ແລະ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດເບລາຣຸດ Nikolai Borisevich ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ເບລາຣຸດ, ການແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ, ບັນຫາພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.