ຍສໝ - ກົມການບິນ ຫວຽດນາມ ໄດ້ຮັບເອກະສານແຂ້ງການຂອງບັນດາບໍລິສັດລວມມີ: Vietnam Airlines, VietJet Air, Bamboo Airways, ກ່ຽວກັບການກຽມພ້ອມໃນການປະຕິບັດບັນດາຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ ກັບຈາກຢູແກຼນ ເພື່ອກັບເມືອປະເທດ ຕາມຄຳສັ່ງຂອງລັດຖະບານ.
ຍສໝ - ມີວິສາຫະກິດທ່ອງທ່ຽວຫຼາຍແຫ່ງຢູ່ນະຄອນໂຮ່ຈີມິນ ພ້ອມກັນເປີດຂາຍ tour ໄປທ່ອງທ່ຽວຕ່າງປະເທດ (outbound) ພາຍຫຼັງລັດຖະບານອະນຸຍາດເປີດທຸກຖ້ຽວບິນປົກກະຕິສາກົນ ນັບແຕ່ວັນທີ 15 ກຸມພາ.
ຍສໝ - ກົມການບິນ ຫວຽດນາມ ໃຫ້ຮູ້ວ່າ ກ່ອນທີ່ຈະເປີດບັນດາຖ້ຽວບິນສາກົນປົກກະຕິຄືນໃໝ່, ຈຳນວນແຂກໂດຍສານສາກົນ ໄປ-ມາ ຫວຽດນາມ ໄລ່ສະເລ່ຍແຕ່ 40.000 – 50.000 ເທື່ອຄົນ/ເດືອນ. ນັບແຕ່ເວລາຈຸດທົດລອງເປີດບັນດາຖ້ຽວບິນສາກົນຄືນໃໝ່ນັບແຕ່ເດືອນ ມັງກອນ 2022, ຈຳນວນແຂກທ່ອງທ່ຽວສາກົນ ໄປ-ມາ ຫວຽດນາມ ໄດ້ເພີ່ມຂຶ້ນເຖິງ 100.000 ເທື່ອຄົນໃນເດືອນມັງກອນປີ 2022.
ຍສໝ - ການຍົກເລີກການຈຳກັດຖ້ຽວບິນສາກົນ ໄດ້ຮັບການຕີລາຄາແມ່ນກາລະໂອກາດໃຫ້ແກ່ຂະແໜງການບິນ ຫວຽດນາມ ຟື້ນຟູ, ເຊິ່ງທັງພື້ນຖານເສດຖະກິດ ກໍ່ຈະໄດ້ຮັບການສົ່ງເສີມພັດທະນາ.
ຍສໝ - ນັ້ນແມ່ນຂໍ້ສະເໜີຂອງ ທ່ານປະທານສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ເອີລົບ ຮ່ວາງດິ່ງທັ້ງ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເຊັກໂກ, ພາຍຫຼັງ ລັດຖະບານຮັບຮອງເອົາແຜນການທົດລອງການຜັນຂະຫຍາຍຖ້ຽວບິນສາກົນຂອງ ຫວຽດນາມ.
2 ປະເທດພວມຢູ່ໃນໄລຍະພິຈາລະນາ, ປຶກສາຫາລືກ່ຽວກັບເລື່ອງເປີດສາຍການບິນຄືນໃໝ່, ກໍຄືບັນດາມາດຕະການເພື່ອຮັບປະກັບຄວາມປອດໄພເມື່ອຮັບຜູ້ໂດຍສານເຂົ້າເມືອງຜ່ານທາງການບິນ.
ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ເຫັນດີຟື້ນຟູການຂົນສົ່ງທາງອາກາດລະຫວ່າງຫວຽດນາມ ແລະຈີນ. ດ້ວຍຄວາມຖີ່ ແລະເງື່ອນໄຂຂອງການຂົນສົ່ງຜູ້ໂດຍສານແມ່ນອີງຕາມການເຫັນດີເປັນເອກະພາບລະຫວ່າງ ຫວຽດນາມ ແລະຈີນ.