ຫວຽດນາມ - ລາວ ຮັດແໜ້ນການຮ່ວມມືໃນການປ້ອງກັນ, ຕ້ານການຄ້າມະນຸດ
ຍສໝ - ໄລຍະຜ່ານມາ, ສອງຝ່າຍໄດ້ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນສະພາບການເຄື່ອນໄຫວອາດຊະຍາກຳຄ້າມະນຸດຢູ່ເຂດຊາຍແດນ ຫວຽດນາມ - ລາວ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນຢ່າງໝັ້ນແກ່ນ, ຍາວນານລະຫວ່າງສອງປະເທດ.