ການຂົນຂວາຍເລືອກຕັ້ງ - ບັ້ນກວດກາຕົວຈິງ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ເລືອກເອົາບັນດາຜູ້ແທນທີ່ເໝາະສົມ
ສະພາເລືອກຕັ້ງແຫ່ງຊາດ ໃນວັນທີ 27 ເມສາ ໄດ້ປະກາດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 868 ທ່ານ. ຕາມຂໍ້ກຳນົດຂອງກົດໝາຍ, ເລີ່ມແຕ່ວັນປະກາດບັນຊີລາຍຊື່ຢ່າງເປັນທາງ, ບັນດາຜູ້ສະໝັກຮັບເລືອກຕັ້ງ ຈະດຳເນີນການຂົນຂວາຍເລືອກຕັ້ງ ແລະ ວຽກງານນີ້ຕ້ອງສິ້ນສຸດລົງກ່ອນເວລາເລີ່ມປ່ອນບັດເລືອກຕັ້ງ 24 ຊົ່ວໂມງ. ການຂົນຂວາຍເລືອກຕັ້ງ ແມ່ນວຽກງານສຳຄັນທີ່ສຸດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ເລືອກເອົາບັນດາຜູ້ແທນທີ່ເໝາະສົມ. ໃນຂະນະນີ້, ຄະນະກຳມະການແນວໂຮມປະເທດຊາດ ບັນດາແຂວງ, ນະຄອນ ພວມສົມທົບກັບຄະນະກຳມະການປະຊາຊົນຂັ້ນດຽວກັນ ເພື່ອກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເພື່ອໃຫ້ບັນດາຜູ້ສະໝັກເລືອກຕັ້ງປະຕິບັດສິດຂົນຂວາຍເລືອກຕັ້ງ.