ການແລກປ່ຽນລະຫວ່າງປະຊາຊົນ ສືບຕໍ່ຖະນຸຖະໜອມສາຍພົວພັນ ຫວຽດນາມ - ຝຣັ່ງ
ຍສໝ - ໃນຕອນເຊົ້າວັນທີ 7 ກໍລະກົດ, ຢູ່ທີ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ (HUFO) ປະສານງານກັບ ສະຖາບັນແລກປ່ຽນວັດທະນະທຳກັບຝຣັ່ງ (IDECAF) ຈັດຕັ້ງພິທີພົບປະສະເຫຼີມສະຫຼອງວັນຊາດຝຣັ່ງ (14/7/1789 - 14/7/2026), ສະແດງໃຫ້ເຫັນເຖິງມິດຕະພາບລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ກັບປະຊາຊົນຝຣັ່ງ.