ໄຂກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງຫລວງພະບາງ ຄັ້ງທີ VII
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ແຂວງຫລວງພະບາງ ຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 16 ມີນາ 2021 ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງ, ໂດຍມີ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍ ພະເຖ ຣາ-ນຸເຖຣະ ແລະ ຜູ້ແທນສົມບູນ ຈຳນວນ 161 ທ່ານ, ໃນນີ້ມີີແຂກຮັບເຊີນ 48 ທ່ານ, ຜູ້ແທນສົມບູນທັງໝົດ 113 ທ່ານ, ຍິງ 15 ທ່ານ, ພະສົງ 3 ອົງ, ມາຈາກ 7 ຊົນເຜົ່າ, ເປັນຕົວແທນໃຫ້ແກ່ 13 ຊົນເຜົ່າ ໃນທົ່ວແຂວງ ເຂົ້າຮ່ວມ.