ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ

ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ

ຍສໝ - ນັ້ນ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ສະພາ​ສູງ​ກຳປູ​ເຈຍ Samdech Techo Hun Sen ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ສິງຫາ ຢູ່​ນະຄອນຫຼວງ ພະນົມ​ເປັນ. ເຫດການ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ ກຳປູ​ເຈຍ, ແຂກ​ສາກົນເປັນຈຳນວນຫຼວງຫຼາຍ, ນັກ​ວິ​ສາ​ຫະກິດ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ພວມອາ​ໄສ, ຮ່ຳຮຽນ​ຢູ່ ກຳປູ​ເຈຍ.

ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ.

ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ.

ຍສໝ - ວັນ​ທີ 18 ມັງກອນ​ນີ້, ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV, ອາຍຸການ 2024 - 2029.

ຫວຽດນາມ ແລະ ລາວ ຄຽງບ່າຄຽງໄຫຼ່ບົນເສັ້ນທາງພັດທະນາ

ຫວຽດນາມ ແລະ ລາວ ຄຽງບ່າຄຽງໄຫຼ່ບົນເສັ້ນທາງພັດທະນາ

ຍສໝ - ການ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃນ​ແຕ່ລະ​ໄລຍະ​ຜ່ານມາ ນັບ​ມື້​ນັບ​ເລິກ​ເຊິ່ງ, ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ເປີດສະຫຼອງບ້ານວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່ ລອງອານ

ເປີດສະຫຼອງບ້ານວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່ ລອງອານ

ເນື່ອງ​ໃນ​ໂອກາດ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ​ຫວຽດນາມ - ຍີ່ປຸ່ນ, ວັນ​ທີ 15 ທັນວາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ລອງ​ອານ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ໝູ່​ບ້ານ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ.

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຍສໝ - ຫວ່າງອລ້ວນີ້, ຢູ່​ສຳນັກງານ​ກະຊວງ​ຍຸຕິ​ທຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ເລແທງລອງ ​ໄດ້​ໃຫ້ການ​ຕ້ອນຮັບ ແລະ ໂອ້ລົມເຈລະຈາກັບ ​ທ່ານ​ລັດຖະມົນຕີ LEE Wan-kyu ພ້ອມດ້ວຍຄະນະ​ຜູ້​ແທນ​ກະຊວງ​ນິຕິບັນຍັດລັດຖະບານ ສ.​ເກົາຫຼີ.

ການພົວພັນ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ

ການພົວພັນ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ

ຍສໝ - ສາຍ​ພົວພັນ​​ທີ່​ສັດຊື່ບໍລິສຸດ ​ແລະ ຈົງຮັກພັກດີ​ລະຫວ່າງ​ ຫວຽດນາມ ​ແລະ ລາວ ​ໄດ້​ຮັບ​ການ​ສ້າງ​ໂດຍ​ປະທານ ​ໂຮ່ຈີ​ມິນ, ປະທານ​ ​ໄກສອນ ພົມວິຫານ ​ແລະ ປະທານ ສຸພາ​ນຸວົງ ແລະ ​ໄດ້​ຮັບ​ການ​ເສີມສ້າງ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຈາກ​ການ​ນຳ​ລຸ້ນຕ່າງໆ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ. 60 ປີ​ທີ່​ຜ່ານ​ມາ​ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ການ​ພົວພັນ​ແບບ​ພິ​ເສດ​ນີ້​ກໍ່ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ.

ນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ: ‘ທຸກຄວາມຮັ່ງມີບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດ’

ນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ: ‘ທຸກຄວາມຮັ່ງມີບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດ’

ຍສໝ - ໃນ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດເຊຍ Vladimir Putin ແລະ ບັນ​ດາ​ລຸ້ນອະດີດ​ນັກສຶກສາ​ ຫວຽດ​ນາມ ທີ່​ເຄີຍຮ່ຳ​ຮຽນ​ຢູ່ ລັດ​ເຊຍ ທີ່ຜ່ານມາ, ຂ້າ​ພະ​ເຈົ້າ​ຍັງຈື່​ຈຳ​ຄຳ​ສຸ​ພາ​ສິດ​ຂອງ​ ລັດ​ເຊຍ ທີ່​ທ່ານ​ປະ​ທານ​ປະ​ເທດ ໂຕ່ເລີມ ເວົ້າ​ເຖິງ​ນ້ຳ​ໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ - ລັດ​ເຊຍ: “ທຸກຄວາມ​ຮັ່ງ​ມີ​ບໍ່​ສາ​ມາດ​ປຽບທຽບ​ກັບ​ນ້ຳໃຈເພື່ອນມິດ”...

ຫວຽດນາມ - ຍີ່ປຸ່ນ ສົມທົບກັນປະຕິບັດບັນດາການເຄື່ອນໄຫວຮ່ວມມື ແລະ ພົບປະແລກປ່ຽນຫຼາຍຢ່າງ

ຫວຽດນາມ - ຍີ່ປຸ່ນ ສົມທົບກັນປະຕິບັດບັນດາການເຄື່ອນໄຫວຮ່ວມມື ແລະ ພົບປະແລກປ່ຽນຫຼາຍຢ່າງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 3 ກໍລະກົດ, ຢູ່​ທີ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ ຫວູຫາຍ​ຮ່າ ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ກຳມາທິການ​ການ​ຕ່າງປະ​ເທດ​ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Yamamoto Gosei ປະທານ​ສະຫະພັນ​ສະມາຊິກລັດຖະສະພາມິດຕະພາບ (NSHN) ຍີ່ປຸ່ນ - ຫວຽດນາມ.

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ລາວ

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ລາວ

ຍສໝ - ຕາມ​ນັກຂ່າວສຳນັກ​ຂ່າວສານ​ ຫວຽດນາມ ​ປະຈຳ​ອົດ​ ສະ​ຕາ​ລີ, ຕອນ​ເຊົ້າ​ວັນ​ທີ 6 ທັນວາ, ຄະນະ​ຜູ້​ແທນ​ສະຖານທູດ ​ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ນຳ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນເຕິດແທ່ງ ​ໄດ້​ເກີນທາງມາຍັງ​ສະຖານທູດ ​ລາວ ປະຈຳ​ນະຄອນ Canberra ​ເພື່ອ​ອວຍພອນ​ວັນ​ຊາດ ​ສປປ ລາວ ຄົບຮອບ 48 ປີ. (02 ທັນວາ 1975 - 2 ທັນວາ 2023).

Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines

Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines

ຍສໝ - Vietjet ໄດ້ລົງນາມໃນການຮ່ວມມືຮອບດ້ານກັບ Lao Airlines ແລະ ປະກາດເປີດເສັ້ນທາງສາຍໃໝ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ, ລາວ ກັບ ນະຄອນໂຮ່ຈີມິນ, ຫວຽດນາມ.

ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ

ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ

ຍສໝ - ວັນທີ 23 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງບັກຢາງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 - 5 ກັນຍາ 2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022).

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມຄົນໃໝ່

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມຄົນໃໝ່

ຍສໝ - ວັນທີ 17 ມີນາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ,   ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ  ສະຫາຍ ຫງວຽນ ຈ້ອງ ​ເຫງ້ຍ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກກອມມູນິດຫວຽດນາມ ​ເນື່ອງ​ໃນ​ໂອກາດທີ່ສະຫາຍ​ຮັບ​ຕຳ​ແໜ່ງ​ໃໝ່.    

ລາວ – ຫວຽດນາມ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຮອບດ້ານ

ລາວ – ຫວຽດນາມ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຮອບດ້ານ

ໃນວັນທີ 29 ມີນາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ຮວ່າງ ທິ ຖຸ໊ຍ ລານ ກຳມະການສູນກາງພັກ, ເລຂາພັກແຂວງ ຫວິງຟຸກ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 25 ຫາ 29 ມີນາ 2019.