ຍສໝ - ໃນຕອນເຊົ້າຂອງວັນທີ 12 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຈາກທະນາຄານ Sygnum, ນຳໂດຍທ່ານ Gerald Goh - ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ອຳນວຍການໃຫຍ່ຂອງພາກພື້ນອາຊີ-ປາຊີຟິກ.
ຍສໝ - ດ້ວຍຄວາມປາດຖະໜາຢາກເຊື່ອມຕໍ່ບັນດານັກລົງທຶນ, ວິສາຫະກິດພາຍໃນ ແລະ ຕ່າງປະເທດ, ແຂວງ ອານຢາງ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນຢູ່ນະຄອນ ໂຮ່ຈິມິນ.
ຍສໝ - ວັນທີ 4 ພະຈິກ, ຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO) ໂດຍທ່ານນາງ ໂດ໊ທິກິ່ມຢຸ່ງ - ຮອງຫົວໜ້າ, ຄະນະປະສານງານການອຸປະຖຳປະຊາຊົນ ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບການນຳຄະນະກຳມະການປະຊາຊົນແຂວງ ກ່າເມົາ ກ່ຽວກັບວຽກງານການຄຸ້ມຄອງບັນດາການເຄື່ອນໄຫວ, ຂົນຂວາຍ ແລະ ນຳໃຊ້ບ້ວງຊ່ວຍເຫຼືອ NGO ໃນບໍລິເວນແຂວງ ກ່າເມົາ ແຕ່ປີ 2023 ເຖິງປະຈຸບັນ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ Sydney (ອົດສະຕຣາລີ), ຄະນະປະຕິບັດງານແຂວງ ຢາລາຍ ນຳໂດຍທ່ານ ເຈົ່າຫງອກຕ໋ວນ, ຮອງເລຂາປະຈຳຄະນະພັກແຂວງ ໄດ້ສົມທົບກັບອຳນາດການປົກຄອງລັດ New South Wales ຈັດຕັ້ງເວທີປາໄສການພົວພັນການຄ້າ ແລະ ການລົງທຶນລະຫວ່າງແຂວງ ຢາລາຍ ກັບລັດ New South Wales ຂອງ ອົດສະຕຣາລີ. ການເຄື່ອນໄຫວແມ່ນເພື່ອສົ່ງເສີມການຄ້າ, ໂຄສະນາ ແລະ ແນະນຳບັນດາກາລະໂອກາດລົງທຶນຢູ່ແຂວງ ຢາລາຍ - ໜຶ່ງໃນບັນດາຈຸດພົ້ນເດັ່ນໃໝ່ກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດເຂົ້າ ຫວຽດນາມ.
ຍສໝ - ວັນທີ 20 ຕຸລາ ຢູ່ ຮ່າໂນ້ຍ, ເກືອບ 50 ມະຫາວິທະຍາໄລ ແລະ ຮາກຖານການສຶກສາຈາກ ຍີ່ປຸ່ນ ໄດ້ເຂົ້າຮ່ວມການສຳມະນາການໄປສຶກສາຢູ່ ຍີ່ປຸ່ນ 2024. ເຫດການໄດ້ດຶງດູດນັກຮຽນ, ນັກສຶກສາພ້ອມກັບພໍ່ແມ່ຜູ້ປົກຄອງທີ່ສົນໃຈເປັນຈໍານວນຫຼວງຫຼາຍ, ສະໜອງບັນດາຂໍ້ມູນອັບເດດ ແລະ ຢ່າງເປັນທາງການກ່ຽວກັບການໄປສຶກສາຢູ່ ຍີ່ປຸ່ນ. ການສຳມະນາໄດ້ຈັດຕັ້ງ ໂດຍອົງການໜູນຊ່ວຍນັກສຶກສາ ຍີ່ປຸ່ນ (JASSO) ສົມທົບກັບສະໂມສອນນັກຮຽນ ຫວຽດນາມ ທີ່ໄປຮຽນຢູ່ຕ່າງປະເທດ ປະຈຳ ຍີ່ປຸ່ນ (VAJA).
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮດວຽກຢູ່ ຫວຽດນາມ, ຄະນະຜູ້ແທນຂັ້ນສູງອົງການກວດກາແຫ່ງລັດ ລາວ ໂດຍສະຫາຍ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທະນາຄານການຄ້າຫຸ້ນສ່ວນການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV).
ຍສໝ - ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ບຸນກາຣີ ໄດ້ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ, ເພື່ອແນໃສ່ເພີ່ມທະວີວົງເງິນການຄ້າລະຫວ່າງ 2 ປະເທດ.
ຍສໝ - ໃນຊຸມປີມໍ່ໆມານີ້, ຫວຽດນາມ ພວມດຶງດູດຄວາມສົນໃຈເພາະບໍ່ພຽງແຕ່ກາຍເປັນ “ສຳນັກງານໃຫຍ່ການຜະລິດ” ໃຫ້ບັນດາບໍລິສັດຕ່າງປະເທດເທົ່ານັ້ນ ຫາກຍັງແມ່ນ “ທ້ອງຕະຫຼາດບໍລິໂພກ” ຍ້ອນປະຊາກອນມີຈຳນວນຫຼວງຫຼາຍ ແລະ ກຳລັງຊື້ນັບມື້ນັບເພີ່ມຂຶ້ນ.
ຍສໝ - ການສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ - ບຣາຊິນ ເຊື່ອມຕໍ່, ຮ່ວມມືດຳເນີນທຸລະກິດ, ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ... ແມ່ນບັນດາເນື້ອໃນທີ່ໄດ້ຮັບການປຶກສາຫາລືທີ່ການພົບປະຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ບຸ່ຍວັນງິ ກັບບັນດາການນຳບັນດາກະຊວງ, ຄະນະ, ວິສາຫະກິດ ບຣາຊິນ ໃນລະຫວ່າງວັນທີ 4 – 10 ທັນວາ ຢູ່ ບຣາຊິນ.
ຍສໝ - ຕາມຂໍ້ສະເໜີຂອງຝ່າຍ Senegal, ບັນດາວິສາຫະກິດ ຫວຽດນາມ ຕ້ອງພິຈາລະນາຄວາມສາມາດລົງທຶນເຂົ້າ Senegal ໃນຂົງເຂດປຸງແຕ່ງຜະລິດຕະພັນກະເສດ (ໝາກມ່ວງຫິມະພານ, ໝາກມ່ວງ, ໝາກໂມ), ແລະ ຜະລິດຕຳ່ຫຍິບ. ການລົງທຶນນີ້ແມ່ນເພື່ອແນໃສ່ໝູນໃຊ້ແຫຼ່ງວັດຖຸດິບ ແລະ ແຫຼ່ງແຮງງານຂອງທ້ອງຖິ່ນ ແລະ ສົ່ງອອກໄປບັນດາປະເທດຕ່າງໆໃນພາກພື້ນ.
ຍສໝ - ນັ້ນແມ່ນເນື້ອໃນທີ່ທ່ານນາງ ຫວູທິຮວິ່ງມາຍ, ປະທານຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ແຈ້ງກັບບັນດາຜູ້ແທນທີ່ການພົບປະຢູ່ນອກ “ເວທີປາໄສວິສາຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ໄທ - ຫວຽດນາມ - ລາວ - ກຳປູເຈຍ - ມຽນມາ” ໃນປີ 2023.
ຍສໝ - ໃນ 10 ເດືອນຕົ້ນປີ 2023, ການດຶງດູດ FDI ເຂົ້າຫວຽດນາມ ສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ, FDI ທີ່ຂຶ້ນທະບຽນໃໝ່ໄດ້ເພີ່ມຂຶ້ນຢ່າງແຮງທັງຈຳນວນໂຄງການ ແລະ ຍອດຈຳນວນທຶນລົງທຶນ.
ຍສໝ - ປະເທດລາວແມ່ນຕະຫຼາດລົງທຶນຢູ່ຕ່າງປະເທດໃຫຍ່ທີ່ສຸດໃນບັນດາ 79 ປະເທດ ແລະ ເຂດແຄ້ວນ ທີ່ມີທຶນລົງທຶນຈາກວິສາຫະກິດ ຫວຽດນາມ.
ຍສໝ - ທີ່ເວທີປາໄສເສດຖະກິດຫວຽດນາມ - ສ.ເກົາຫຼີ ປີ 2023, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊຸກຍູ້ບັນດາວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງຄື ນະວັດຕະກຳ, ການຫັນເປັນດີຈີຕອນ, ວິທະຍາສາດ, ເອເລັກໂຕຣນິກ, semiconductor, ພະລັງງານສະອາດ, ເສດຖະກິດຂຽວ, ນະຄອນ smart, ສູງ. - ເຕັກໂນໂລຊີກະສິກຳ...
ຍສໝ - ດ້ວຍການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ 2018, ປະຈຸບັນ ຫວຽດນາມ ແລະ ອົດສະຕາລີ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນໃນຫຼາຍຂົງເຂດ, ຄື: ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ, ກະສິກຳ, ການສຶກສາ ແລະ ບຳລຸງສ້າງ…
ຍສໝ - ໃນຕອນເຊົ້າວັນທີ 10 ເມສານີ້, ຢູ່ແຂວງຈຳປາສັກ (ສປປ.ລາວ) ໄດ້ດຳເນີນເວທີປາໄສການເຊື່ອມຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ລາວ-ຫວຽດນາມ-ໄທ. ນີ້ແມ່ນເວທີປາໄສໂດຍກົງສູນໃຫຍ່ສາທາລະນະລັດສັງຄົມນິຍົມ ຫວຽດນາມ ປະຈຳນະຄອນປາກເຊ ສົມທົບກັບສະມາຄົມການຄ້າເອເລັກໂຕນິກ (ອີຄອມເມີຊ) ຫວຽດນາມ ແລະ ແຂວງຈຳປາສັກ ຈັດຕັ້ງ.
ຍສໝ - ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ມາຮອດວັນທີ 20 ທັນວາ, ຄາດຄະເນວ່າ ບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ປ່ອຍເງິນ ເກືອບ 22,4 ຕື້ USD.
ຍສໝ - ຫວ່າງແລ້ວນີ້, ຢູ່ສູນການປົກຄອງແຂວງ ບິ່ງເຢືອງ, ທ່ານ ຫວໍວັນມິນ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ໄດ້ມີການພົບປະກັບຄະນະຜູ້ແທນຂັ້ນສູງແຂວງ Yamaguchi (ຍີ່ປຸ່ນ) ນຳໂດຍທ່ານ Muraoka Tsugumasa, ເຈົ້າແຂວງ Yamaguchi, ເປັນຫົວໜ້າຄະນະ, ພ້ອມດ້ວຍວິສາຫະກິດຍີ່ປຸ່ນຈຳນວນໜຶ່ງ. ນະທີ່ນີ້, ທ່ານ ຫວໍວັນມິນ ຢືນຢັນວ່າ ແຂວງ ບິ່ງເຢືອງ ກໍ່ແມ່ນສະຖານທີ່ ທີ່ດຶງດູດໃຈ ແລະ ເຊື່ອຖືໄດ້ຂອງບັນດານັກລົງທຶນໃນທົ່ວໂລກ.
ກອງປະຊຸມສົ່ງເສີມການຄ້າ, ການລົງທຶນຮ່າໂນ້ຍ-ວຽງຈັນ ດ້ວຍຫົວຂໍ້ “ຮ່າໂນ້ຍ-ວຽງຈັນ, ຮ່ວມມືພ້ອມກັນພັດທະນາ” ຈະດໍາເນີນໃນວັນທີ 10 ສິງຫາ ທີ່ຢູ່ຮ່າໂນ້ຍ ດ້ວຍກາລະໂອກາດລົງທຶນບຸລິມະສິດຫຼາຍຢ່າງ...
ຍສໝ - ນະຄອນດ່ານັງ ຈະຈັດຕັ້ງບັນດາການເຄື່ອນໄຫວກ່ຽວກັບເວທີປາໄສສົ່ງເສີມການລົງທຶນ ແລະ ທ່ອງທ່ຽວ, ເລີ່ມເປີດດຳເນີນບັນດາໂຄງການສຳຄັນ ໃນເດືອນມິຖຸນາທີ່ຈະມາເຖິງ.