ການທູດປະຊາຊົນ: ການປ່ຽນແປງເພື່ອບືນເຖິງໄດ້ໄກກວ່າ
ຍສໝ - ລະດູບານໄມ້ປີໃໝ່2026 ມາຮອດໃນສະພາບການທີ່ກຳລັງມີການປ່ຽນແປງທີ່ກ້າວໜ້າ: ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດກຳລັງຂະຫຍາຍຕົວໄປໃນຫຼາຍຂະແໜງການ; ລະບົບຕ່ອງໂສ້ການສະໜອງທົ່ວໂລກ ແລະ ໂຄງສ້າງເສດຖະກິດກຳລັງຖືກປັບປຸງໃໝ່; ການຫັນເປັນດິຈິຕອລ, ການຫັນປ່ຽນສີຂຽວ ແລະ ປັນຍາປະດິດ ກຳລັງປະສົບກັບການເຕີບໂຕຢ່າງໄວວາ; ແລະ ສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ, ການປ່ຽນແປງຂອງດິນຟ້າອາກາດ, ຂໍ້ຂັດແຍ່ງໃນທ້ອງຖິ່ນ, ແລະ ວິກິດການດ້ານມະນຸດສະທຳແມ່ນກ່ຽວຂ້ອງກັນຢ່າງສັບສົນ.