ການນຳສູງສຸດຂອງ ສປປ ລາວ ແລະ ສປ ຈີນ ພົບປະກັນ
ໃນໂອກາດຢ້ຽມຢາມລັດຖະກິດ ສປຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນໃນລະດັບສູງສຸດ ແລະ ສົມກຽດ ທີ່ຫໍສະພາປະຊາຊົນຈີນ ເມືອຕອນແລງຂອງວັນທີ 30 ເມສາ ຜ່ານມາໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ.