ລາວ - ສະຫະພັນລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບດ້ານການຄ້າ ແລະ ການລົງທຶນ

ລາວ - ສະຫະພັນລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບດ້ານການຄ້າ ແລະ ການລົງທຶນ

ຍສໝ - ວັນ​ທີ 21 ກຸມພາ​ນີ້, ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ລາວ ໄດ້​ພົບ​ປະ​ກັບ​ທ່ານ Andrey Rudenko ລັດຖະມົນຕີກະຊວງການຕ່າງປະເທດ ສະຫະພັນລັດເຊຍ ຢູ່ນະຄອນຫຼວງ​ວຽງ​ຈັນ, ​ໃນນັ້ນ, ເຫັນດີເປັນເອກະພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນຂອງສາຍ​ພົວ​ພັນ​ທີ່ເປັນມູນເຊື້ອ​.

ກອງປະຊຸມ ສຳມະນາການຄ້າ ແລະ ການລົງທຶນຫວຽດນາມ - ໄນຈີເຣຍ

ກອງປະຊຸມ ສຳມະນາການຄ້າ ແລະ ການລົງທຶນຫວຽດນາມ - ໄນຈີເຣຍ

ຍສໝ - ໃນການຢ້ຽມຢາມ ໄນຈີເຣຍ ຢ່າງເປັນທາງການແຕ່ວັນທີ 28 ຫາວັນທີ 31 ຕຸລາ 2019, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມສຳມະນາການຄ້າ ແລະ ການລົງທຶນຫວຽດນາມ - ໄນຈີເຣຍ. ລາຍງານໄດ້ຈັດຕັ້ງໂດຍກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ Abuja, ສະຖານທູດຫວຽດນາມປະຈຳ ໄນຈີເຣຍ ແລະ ອົງການການຄ້າຫວຽດນາມປະຈຳ ໄນຈີເຣຍ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໄນຈີເຣຍ.