ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າຮ່ວມມີທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງຕຳຫຼວດດລາວ ວິໄລ ລາຄຳຟອງ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ.
ຍສໝ - ວັນທີ 12 ມັງກອນນີ້, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໂດຍ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ນຳໜ້າຄະນະ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດພິທີປິດຊຸດອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.
ຍສໝ - ວັນທີ 9 ຕຸລາ 2024, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານພົນໂທ ເຈີ່ນກວກຕໍ໋, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ, ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄປຢ້ຽມຂ່ຳນັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.
ຍສໝ - ໃນຂອບເຂດການຢ້ຽມຢາມລາວໃນວັນທີ 29 ກັນຍານີ້, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ໂຕເລິມ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ; ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດລາວ.
ຍສໝ - ທີ່ການເຈລະຈາ, ທ່ານລັດຖະມົນຕີຍຸຕິທຳ ອີຕາລີ ໄດ້ສະເໜີໃຫ້ 2 ຝ່າຍສຳເລັດບັນດາລະບຽບການພາຍໃນໂດຍໄວ ເພື່ອໃຫ້ຂໍ້ຕົກລົງຂອງ 2 ປະເທດມີຜົນສັກສິດ, ເອົາໃຈໃສ່ເຖິງການສົ່ງຜູ້ຕ້ອງໂທດຂ້າມແດນ ແລະ ສົ່ງມອບຜູ້ພິພາກສາຕາມຄວາມຕ້ອງການ.
ຍສໝ - ກະຊວງການຕ່າງປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ສະເໜີບັນດາປະເທດສົມທົບກັບ ຫວຽດນາມ ໃນການແກ້ໄຂຄວາມຫຍຸ້ງຍາກ, ອອກວີຊາໃຫ້ໜັງສືຜ່ານແດນທໍາມະດາແບບໃໝ່ຂອງ ຫວຽດນາມ ໂດຍໄວ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງຕຳຫຼວດ ຄັ້ງທີ 9 ອາຍຸການ 2021-2026.
ນີ້ແມ່ນຫ້ອງການຕຳຫຼວດບ້ານແຫ່ງທຳອິດໃນຈຳນວນຫ້ອງການ 278 ຫຼັງ ເຊິ່ງກະຊວງຕຳຫຼວດ ຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດ ລາວ ທີ່ຈະກໍ່ສ້າງໃນໄລຍະຈະມາເຖິງ.
ຍສໝ - ນີ້ແມ່ນກອງປະຊຸມມີຄວາມໝາຍສຳຄັນ ໃນການພົວພັນລະຫວ່າງສອງປະເທດ, ເພື່ອແນໃສ່ຊຸກຍູ້ການປ້ອງກັນຄວາມສະຫງົບແຫ່ງຊາດ, ຕໍ່ສູ້ຕ້ານອາດຊະຍາກຳ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ສຳນັກງານກົມການຕ່າງປະເທດ, ກະຊວງຕຳຫຼວດ ໄດ້ປະສານສົມທົບກັບອົງການສືບສວນຂອງ ສະຫະລັດອາເມລິກາ (FBI) ເພື່ອຈັດກອງປະຊຸມສຳມະນາທາງອອນລາຍ ເພື່ອຍົກສູງຄວາມສາມາດຂອງກຳລັງຕຳຫຼວດໃນການປ້ອງກັນ, ຕ້ານອາດຊະຍາກຳ ຂອງຫວຽດນາມເວົ້າສະເພາະ ແລະ ປະເທດອື່ນໆເວົ້າລວມ.
ຍສໝ - ການຢ້ຽມຢາມ ຄັ້ງນີ້ຂອງອົງການຕາງໜ້າກະຊວງຕຳຫຼວດຫວຽດນາມມີຄວາມໝາຍສຳຄັນ, ສືບຕໍ່ສ່ອງແສງໄດ້ນຳໃຈໄມຕິິຈິດມິດຕະພາບແບບພິເສດ, ການພົວພັນທີ່ມີແຕ່ດົນນານລະຫວ່າງສອງປະເທດ ຫວຽດນາມ - ລາວ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ພົນໂທ ຫງວຽນວັນແທ່ງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Paola Pampaloli, ຮອງຜູ້ອຳນວຍການພາກພື້ນ ອາຊີ-ປາຊີຟິກ ຂອງອົງການການຕ່າງປະເທດເອີລົບ (EEAS).
ຍສໝ - ໃນຕອນບ່າຍຂອງວັນທີ 16 ກໍລະກົດ 2019, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ.