ຍສໝ - ກະຊວງການເງິນໃຫ້ຮູ້ວ່າ, ວັນທີ 8 ທັນວາ, ອົງການຈັດຕັ້ງຈັດອັນດັບຄວາມເຊື່ອຖື Fitch Ratings (Fitch) ໄດ້ຍົກສູງຈັດອັນດັບຄວາມເຊື່ອຖືແຫ່ງຊາດໄລຍະຍາວຂອງຫວຽດນາມ ຂຶ້ນເປັນ BB+, ຄວາມຫວັງ 'ໝັ້ນຄົງ'.
ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Brussels, ປະເທດ ແບນຊິກ, ທ່ານ ຫົວໜ້າກົມໃຫຍ່ພາສີຫວຽດນາມ ຫງວຽນວັນເກິນ, ຕາມການມອບສິດຈາກກະຊວງການເງິນ ໄດ້ລົງນາມໃນສັນຍາຮ່ວມມືບໍລິຫານ ໃນຂົງເຂດພາສີລະຫວ່າງກະຊວງການເງິນສາທາລະນະລັດສັງຄົມນິຍົມຫວຽດນາມ ກັບ ທ່ານ Ville Itälä, ປະທານອົງການຕ້ານການສໍ້ໂກງ ຂອງເອີຣົບ (OLAF).
ຍສໝ - ແຫຼ່ງຕະຫຼາດການເງິນ ແລະ ການບໍລິການທາງການເງິນເຕີບໂຕຢ່າງຕັ້ງໜ້າ. ນີ້ເປັນຂໍ້ມູນທີ່ນຳມາເຜີຍແຜ່ໃນບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນການວຽກງານເດືອນກຸມພາ 2022 ແລະ ການນຳໄປຈັດຕັ້ງຜັນຂະຫຍາຍແຜນການວຽກງານເດືອນມີນາ 2022 ຂອງກະຊວງການເງິນ.
ຍສໝ - ຮອດເວລາ 17:00 ໂມງຂອງວັນທີ 20 ກໍລະກົດ, ກອງທຶນວັກຊີນກັນ COVID-19 ໄດ້ຮັບເງິນຈຳນວນ 8,185 ຕື້ດົ່ງ (ລວມທັງເງິນຕາຕ່າງປະເທດ), ເຊິ່ງປະກອບສ່ວນໂດຍ 464,639 ອົງກອນ ແລະ ສ່ວນບຸກຄົນ.
ຍສໝ-ກະຊວງການເງິນໄດ້ເປີດເຜີຍຂໍ້ມູນກ່ຽວກັບຂອບເຂດເງື່ອນໄຂການກູ້ຢືມ ODA, ນະໂຍບາຍມູລິມະສິດໃນການການກູ້ຢືມ ຂອງ 6 ທະນາຄານພັດທະນາລວມທັງ: ທະນາຄານໂລກ (WB), ທະນາຄານພັດທະນາອາຊີ (ADB), ອົງການຮ່ວມມືສາກົນຍີ່ປຸ່ນ (JICA), ທະນາຄານສົ່ງອອກນໍາເຂົ້າເກົາຫຼີ (KEXIM), ອົງການພັດທະນາຝຣັ່ງ (AFD) Bank ແລະ ທະນາຄານບູລະນະໃໝ່ເຢຍລະມັນ (KfW).