ສື່ມວນຊົນລັດເຊຍຕີລາຄາສູງຕໍ່ຄວາມຕັດສິນໃຈຂອງຫວຽດນາມໃນການວາງພື້ນຖານການພັດທະນາຂອງຕົນໂດຍອີງໃສ່ປະຊາຊົນ
ຍສໝ - ໃນວັນທີ 20 ມັງກອນ, ເວັບໄຊທ໌ຂອງພັກກອມມູນິດສະຫະພັນລັດເຊຍ (kprf.ru) ແລະໜັງສືພິມອອນໄລ Rossiyskaya Gazeta (rg.ru) - ປາກເວົ້າທາງການຂອງລັດຖະບານລັດເຊຍ - ໄດ້ລົງບົດຄວາມວິເຄາະ ແລະ ປະເມີນຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ (ກອງປະຊຸມໃຫຍ່ຄັ້ງທີ 14). ບົດຄວາມດັ່ງກ່າວໄດ້ເນັ້ນໜັກເຖິງຄວາມຕັ້ງໃຈຂອງຫວຽດນາມທີ່ຈະຜ່ານການຫັນປ່ຽນຢ່າງແຂງແຮງໃນໄລຍະການພັດທະນາໃໝ່, ດ້ວຍຫຼັກການລວມໃນການເຮັດໃຫ້ປະຊາຊົນເປັນພື້ນຖານ, ເປົ້າໝາຍ ແລະ ສູນກາງຂອງການພັດທະນາ.