ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ພາຍຫຼັງກອງປະຊຸມໃຫຍ່ປະສົບຜົນສຳເລັດ
ຕອນເຊົ້າວັນທີ 01 ກຸມພາ, ພາຍຫຼັງພິທີອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ເພື່ອແຈ້ງໃຫ້ຊາບໝາກຜົນຂອງກອງປະຊຸມໃຫຍ່.