ຍສໝ - ວັນທີ 15 ສິງຫາ, ຢູ່ແຂວງ ກວາງຈີ້, ທ່ານ ໂຮ່ດ້າຍນາມ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ກວາງຈີ້ ໄດ້ມີການເຮັດວຽກກັບຄະນະປະຕິບັດງານ ຄະນະຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ໂດຍທ່ານພົນຕີ ຫງວຽນຕ໋ຽນລອງ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ຮອງຄະນະຕິດຕໍ່ ເປັນຫົວໜ້າຄະນະ. ການພົບປະເຮັດວຽກ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບວຽກງານການທູດປະຊາຊົນຢູ່ເຂດຊາຍແດນຫວຽດນາມ - ລາວ ຂຶ້ນກັບບໍລິເວນແຂວງ ກວາງຈີ້.
ຍສໝ - ວັນທີ 28 ພຶດສະພາ, ຢູ່ຕາແສງ ບາເຕີ່ງ (ເມືອງ ເຮື່ອງຮວ໋າ, ແຂວງ ກວາງຈິ) ໄດ້ດຳເນີນກອງປະຊຸມສະຫຼຸບເບື້ອງຕົ້ນ15 ປີແຫ່ງການແຮກສ່ຽວ ກຸ່ມປະຊາຊົນສອງເບື້ອງຊາຍແດນລະຫວ່າງບ້ານລົວ, ຈຸ່ມ (ຕາແສງ ບາເຕີ່ງ, (ເມືອງ ເຮື່ອງຮວ໋າ, ແຂວງ ກວາງຈິ) ກັບບັນດາບ້ານ ອັນລະ, ອາຢົງ, ເຊ (ເມືອງ ສະໝ້ວຍ, ແຂວງ ສາລະວັນ, ລາວ).
ຍສໝ - ຢູ່ແຂວງ ກວາງຈີ້, ໄດ້ຈັດຕັ້ງບັນດາການເຄື່ອນໄຫວມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ, ທະຫານປ້ອງກັນຊາຍແດນແຂວງໃນ 5 ປີທີ່ຜ່ານມາ ໄດ້ຕິດພັນ, ຮ່ວມເດີນທາງກັບປະຊາຊົນໃນການພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາອະທິປະໄຕເຂດແຄວ້ນ, ຄວາມໝັ້ນຄົງຊາຍແດນຂອງຊາດ.
ພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງແຂວງກວາງຈິ ກັບແຂວງເຊກອງ
ຍສໝ - ຜ່ານການຮ່ວມມື, ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ບັນດາທ້ອງຖິ່ນຂອງລາວ, ແຂວງກວາງຈີ້ ໄດ້ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ, ແທດຈິງ ແລະ ມີປະສິດທິຜົນ.
ຍສໝ - ແຕ່ວັນທີ 16-18 ຕຸລາ 2023, ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ (ສປປ ລາວ), ຄະນະປະຕິບັດງານພິເສດແຂວງກວ໋າງຈິ ສສ ຫວຽດນາມ ແລະ ແຂວງສະຫວັນນະເຂດ ລາວ ໄດ້ຈັດກອງປະຊຸມພົບປະປະຈຳປີ ຜັນຂະຫຍາຍແຜນການປະຕິບັດໜ້າທີ່ສຳຫຼວດ, ຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະສົ່ງກັບຄືນຫວຽດນາມ ໃນລະດູແລ້ງ 2023-2024.
ຍສໝ - ທິວທັດອັນເຕັມໄປດ້ວຍສີສັນທຳມະຊາດກວາງຈີ້ເຮັດໃຫ້ນັກທ່ອງທ່ຽວປ່ຽນວິທີເບິ່ງແຜ່ນດິນທີ່ສົງຄາມດຸເດືອດສະໄໝໜຶ່ງ.
ຍສໝ - ນີ້ແມ່ນຄັ້ງທີ 35 ນັບແຕ່ປີ 1993, ແຂວງ ກວາງຈີ້ ຈັດພິທີໄວ້ອາໄລ ແລະ ປົງອັດຖິເຊິ່ງແມ່ນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດສປປ.ລາວ.
ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການກຳນົດທິດຍຸດທະສາດຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ບັນດາບັນຫາທີ່ວາງອອກສຳລັບຂະແໜງທ່ອງທ່ຽວແຂວງ ກວາງຈີ້; ຕີລາຄາບັນດາຄຸນຄ່າຄວາມສາມາດບົ່ມຊ້ອນ ແລະ ບັນດາທ່າແຮງແກ່ງແຍ້ງຂອງທ່ອງທ່ຽວ.
ຍສໝ - ຫວ່າງມໍ່ໆນີ້, ພະແນກການຕ່າງປະເທດແຂວງກວາງຈີ້ ແລະ ອົງການຊ່ວຍເຫຼືອປະຊາຊົນນອກແວ (NPA) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ໂຄງການ "ການພັດທະນາຄວາມສາມາດໃຫ້ສູນປະຕິບັດງານກ່ຽວກັບລະເບີດທີ່ຍັງບໍ່ທັນແຕກແຂວງກວາງຈີ້" ດ້ວຍງົບປະມານຫຼາຍກວ່າ 6 ຕື້ດົ່ງ, ແກ່ຍາວເປັນເວລາ 12 ເດືອນ.
ຍສໝ - ແຂວງດ້ຽນບຽນ ແລະ ແຂວງກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດ ໃຫ້ແກ່ບັນດາແຂວງພາກເໜືອ ຂອງລາວ ແລະ ແຂວງສາລະວັນ ເພື່ອປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19.
ສອງວັນທີ່ຜ່ານມາ, ທີ່ແຂວງສາລະວັນ ການນຳແຂວງກວ້າງຈິ ນຳໂດຍ ທ່ານ ທ່ານ ຫງວຽນ ກວານ ຈິ໋ນ ຮອງປະທານຄະນະກຳມະການປົກຄອງແຂວງກວ້າງຈິ້ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກ ກັບ ການນຳແຂວງສາລະວັນ ກ່ຽວກັບການຮ່ວມ ແລະ ພັດທະນາເສດຖະກິດທັງສອງແຂວງ.
ໃນວັນທີ 7-9 ມັງກອນ 2019, ທ່ານ ສີສຸວັນ ວົງຈອມສີ ເລຂາພັກ ເຈົ້າແຂວງສາລະວັນ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຟາມ ດຶກ ເຈົາ ຮອງເລຂາພັກຜູ້ປະຈຳ ຄະນະບໍລິຫານງານແຂວງກວາງຈິ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ.