ແຂວງອັດຕະປື ເອົາໃຈໃສ່ກວດກາລາຄາສິນຄ້າໃນຊ່ວງນ້ຳຖ້ວມ
ພາຍຫຼັງໄດ້ມີການລາຍງານຈາກປະຊາຊົນ ແລະ ທາງສື່ສັງຄົມອອນລາຍ ຕໍ່ຜູ້ບໍລິການສິນຄ້າດ້ານການບໍລິໂພກ ຢູ່ໃນ ແຂວງ ອັດຕະປື ທີ່ວ່າຜູ້ຂາຍສິນຄ່າຕ່າງໆມີການສວຍໂອກາດຂຶ້ນສິນຄ້າເກີນລາຄາເກີນທີ່ທາງຂະແໜງການກ່ຽວຂ້ອງກຳນົດໃຫ້ ເຊິ່ງສ່ວນຫຼາຍແມ່ນປະເພດ ເຂົ້າ, ອາຫານການກິນ ແລະ ເຄື່ອງໃຊ້ສອຍຕ່າງໆ ຢູ່ຕາມຕະຫຼາດ ແລະ ຮ້ານຂາຍເຄື່ອງຍ່ອຍຈຳນວນໜຶ່ງ ເຊິ່ງຕໍ່ກັບບັນຫານີ້ເຈົ້າໜ້າທີ່ການຄ້າພາຍໃນ ແຂວງ ອັດຕະປື ໄດ້ລົງກວດກາຕົວຈິງແລ້ວ ຢູ່ຕະຫຼາດ ບ້ານ ຫຼັກ3 ເມືອງ ສາມັກຄີໄຊ ແລະ ຢູ່ບັນດາເມືອງໃນ ແຂວງ ອັດຕະປື ເພື່ອບໍ່ໃຫ້ມີການສວຍໂອກາດໃນຊ້ວງທີ່ປະຊົນໄດ້ຮັບຜົນກະທົບທາງທຳມະຊາດນ້ຳຖ້ວມ ໄປຫຼາຍກວ່ານີ້.