ຄະນະກຳມະການສັນຕິພາບຫວຽດນາມ ກວດກາຄືນການກຽມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031
ຍສໝ - ວັນທີ 24 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ຄະນະກຳມະການສັນຕິພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2026 ແລະ ກວດກາຄືນວຽກງານການກຽມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031. ກອງປະຊຸມໄດ້ສຸມໃສ່ຕີລາຄາໝາກຜົນແຫ່ງການເຄື່ອນໄຫວພາຍໃນໄລຍະຜ່ານມາ, ໃນຂະນະດຽວກັນກໍປຶກສາຫາລືບັນດາເນື້ອໃນຮັບໃຊ້ໃຫ້ແກ່ວຽກງານການກຽມພ້ອມກອງປະຊຸມໃຫຍ່ທີ່ພວມຈະມາເຖິງ.