ຍສໝ - ຫົວຂໍ້ທີ 3 ສຸມຄວາມພະຍາຍາມເພື່ອກ້າວໄປສູ່ການສ້າງລະບົບແຫ່ງຊາດດ້ວຍປະຊາຊົນ, ນະໂຍບາຍການຮຽນຮູ້ຕະຫຼອດຊີວິດຂອງ ສປປ ລາວ ໄດ້ເນັ້ນໃສ່ການສ້າງກົນໄກຂອງການສຶກສາ ເພື່ອໃຫ້ເຂົ້າເຖິງ ແລະ ກະຕຸກຊຸກຍູ້ໃຫ້ກຸ່ມເປົ້າໝາຍເຂົ້າຮ່ວມການຮຽນຮູ້ຕະຫຼອດຊີວິດ.
ຍສໝ - ຕອນເຊົ້າຂອງວັນທີ 27 ມິຖຸນານີ້, ຢູ່ນະຄອນດາໜັງ, ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ໄດ້ເຂົ້າຮ່ວມ ແລະ ຂື້ນປາໄສ ບົນເວທີ ກອງປະຊຸມສາມັນ ສະມັດຊາໃຫຍ່ ກອງທືນສະພາບແວດລ້ອມໂລກ ຄັ້ງທີ 6 (GEF 6).
ຍສໝ - ຕາມການລາຍງານຂອງສຳນັກຂ່າວຫວຽດນາມ ປະຈຳ ພະນົມເປນ, ນັກສັງເກດການປະມານ 45.000 ຄົນ ທີ່ຢູ່ພາຍໃນ ຈາກ 81 ພັກ, ອົງການຈັດຕັ້ງ ແລະ ຄະນະສະມາຄົມພາຍໃນປະເທດ ແລະ ນັກສັງເກດການຕ່າງປະເທດອີກ 17 ປະເທດຄື: ມຽນມາ, ສິງກາໂປ ແລະ ຈີນ ກໍ່ໄດ້ລົງທະບຽນເຂົ້າຮ່ວມໃນການສັງເກດການ-ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຢູ່ ກຳປູເຈຍ ໃນວັນທີ 29 ກໍລະກົດນີ້.
ຍສໝ - ໃນຕອນເຊົ້າ ຂອງວັນທີ 27 ມີຖຸນາ 2018 ທີ່ ໂຮງແຮມ ລາວພຣາຊາ, ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ແລະ ເຜີຍແຜ່ຜັນຂະຫຍາຍແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016 – 2020.
ຍສໝ - ເຖິງວ່າຈະມີວຽກເຮັດງານທຳອັນໝັ້ນຄົງ ເງິນເດືອນຂ້ອນຂ້າງຈະດີ ຢູ່ນະຄອນ, ແຕ່ ທ່ານ ຫງວ໋ຽນວັນຈ້ອງ 32ປີ ຢູ່ ບ້ານ ທີ3 ຕາແສງ ດົງເຊີນ, ນະຄອນ ຕາມດ໋ຽບ (ແຂວງ ນິງບິ່ງ)ຍັງຕັດສິນໃຈກັບບ້ານເກີດ ປູກໝາກມັງກອນ, ໝາກສົ້ມໂອ ຢ໋ຽນ, ລາຍຮັບແຕ່ລະປີ ແມ່ນ 300ລ້ານດົ່ງ.
ຍສໝ - ເມື່ອເບິ່ງຮູບຖ່າຍນີ້ແລ້ວ, ຫຼາຍຄົນມີຄວາມຊາບຊື້ງ ແລະ ຕື້ນຕັນ ຍ້ອນວ່າເຖິງວ່າຈະຢູ່ໃສ, ເຮັດຫຍັງຢູ່ ພໍ່ແມ່ຍັງຄົງເປີດກວ້າງອ້ອມແຂນ ລໍຖ້າລູກເຕົ້າຂອງຕົນຢູ່ສະເໝີ.
ຕອນເຊົ້າມື້ວານນີ້, ຢູ່ຮ່າໂນ້ຍ, ດຳເນີນລາຍການ ສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ 2018” ໂດຍສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ ສົມທົບກັບປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 ຈັດຕັ້ງ.
ຮັບຮອງເອົາ ບັນດາເອກະສານສໍາຄັນ 4 ລາຍການຄື: ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ແຜນການຈັດຕັ້ງປະຕິບັດມາດຕະການ ໃນການກະຕຸ້ນເສດຖະກິດ ໃນໄລຍະ 6 ເດືອນທ້າຍປີ 2018; ນະໂຍບາຍຂອງລັດຖະບານ ກ່ຽວກັບການພັດທະນາລັດວິສາຫະກິດ ແລະ ການຜະລິດເປັນສິນຄ້າ ຂອງ ສະຫະກອນແບບໃໝ່; ບົດລາຍງານກ່ຽວກັບສະພາບການຈັດຕັ້ງ ປະຕິບັດ ການຜະລິດລະດູແລ້ງ ແລະ ແຜນການຊຸກຍູ້ການຜະລິດ ໃນລະດູຝົນ.
ຍສໝ - ອີງຕາມສຳນັກຂ່າວ ຊິນຫົວ, ຢອນຮັບ ແລະ ສຳນັກຂ່າວຫວຽດນາມ, ໃນວັນທີ 25 ມິຖຸນາ, ເກົາຫລີໃຕ້ໄດ້ໃຫ້ຮູ້ວ່າ ຈະເລີ້ມການເຈລະຈາ ລະດັບຜູ້ຊ່ຽວຊານກັບເກົາຫລີເຫນືອກ່ຽວກັບ ໂຄງການເສດຖະກິດ ສອງຝ່າຍ, ເພື່ອຈັດຕັ້ງປະຕິບັດສັນຍາທີ່ໄດ້ບັນລຸໃນກອງປະຊຸມສຸດຍອດ ຂອງແຫຼມເກົາຫຼີ ໃນວັນທີ 27 ເມສາທີ່ຜ່ານມາ.
ຍສໝ - ໃນວັນທີ 26 ມິຖຸນາ, ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພ້ອມຄະນະ ຮັບຜິດຊອບ ແກ້ໄຂບັນເທົາທຸກຈາກໄພພິບັດ ໄດ້ລົງມາຮອດຈຸກວດກາ ແລະ ຊີ້ນຳ ການແກ້ໄຂ ແລະ ບັນເທົາທຸກພາຍຫຼັງຝົນຕົກດິນຖະລົ່ມ ຢູ່ລາຍເຈົາ.
ໃນຕອນເຊົ້າຂອງມື້ວານນີ້ ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018.
ຍສໝ - ອາຫານເປັນແວ່ນແຍງອັນໜື່ງທີ່ສະທ້ອນເຖິງ ປະກົດການຕົວຈິງ ວັດທະນະທຳຂອງແຕ່ລະປະເທດ. ຄົນອິດຕາລີ ພູມໃຈໃນ ປີຊ້າ, ຄົນຈີນ ພູມໃຈໃນ ສາລາເປົາ, ຄົນຢີປຸ່ນ ພູມໃຈນຳ ຊູຊິ… ສ່ວນຄົນຫວຽດນາມ ນັ້ນຄື ເຝີ!
ມື້ວານນີ້, ທີ່ ແຂວງເຊກອງ ອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງ ການກວດກາລັດແຂວງກວາງນາມ ສສ ຫວຽດນາມ ໄດ້ມີການພົບປະ ຖອດຖອນແລກປ່ຽນບົດ ຮຽນກ່ຽວກັບ ວຽກງານກວດກາລັດ .
ມື້ວານນີ້, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ.
ງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018 ການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການຄ້າແຫ່ງຊາດ, ແມ່ນການເຄື່ອນໄຫວເສດຖະກິດ, ການເມືອງ - ສັງຄົມ ທີ່ສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.
ຍສໝ - ທ່ານ ຟ້າມວັນຫ໋າດ ຊາວກະສິກອນ (ເກີດປີ 1972 ທີ່ບ້ານ ຫງ໋ອກາກີ່, ເມືອງ ຕື໋ກີ໋, ແຂວງ ຫ໋າຍເຢືອງ), ເຖິງວ່າຮຽນຮອດພຽງແຕ່ ມໍ 2 ເທົ່ານັ້ນ, ແຕ່ສາມາດປະດິດເຄື່ອງກົນຈັກໄດ້ປະມານ 30 ປະເພດ ຊ່ວຍໃນການຜະລິດ ກະສິກໍາ ທີ່ຫຼາຍຄົນໃຫ້ຄວາມນັບຖື. ໂດຍສະເພາະ, ຫຸ່ນຍົນ ວ່ານແນວພັນ ທີ່ລາວ ປະດິດໄດ້ສົ່ງອອກຂາຍໄປເຖິງ 14 ປະເທດແລ້ວ.
ຍສໝ - ມື້ວານນີ້, ປະທານາທິບໍດີ ຕຸລະກີ Recep Tayyip Erdogan ໄດ້ຖະແຫຼງການວ່າໄດ້ຮັບໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີຄັ້ງນີ້.
ກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການລວມ (JCC) ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ອິນເດຍ ໄດ້ດຳເນີນໃນວັນທີ 22 ມິຖຸນາ ຢູ່ ຈາກາກຕາ ປະເທດ ອິນໂດເນເຊຍ.
ຍສໝ - ຕອນເຊົ້າມື້ວັນທີ 25 ມິຖຸນາ 2018, ນັກສອບເສັງທົ່ວປະເທດຈະເລີ່ມເສັງສອງວິຊາ: ເສັງວິຊາ ວັນນະຄະດີ ຕອນເຊົ້າ ແລະ ເສັງວິຊາ ຄະນິດສາດ ຕອນແລງ.
ໃນທ້າຍອາທິດທີ່ຜ່ານມາ, ບໍລິສັດ MMG ລິມິເຕັດ (MMG) ໄດ້ຕົກລົງຂາຍຮຸ້ນ 90% ຢູ່ໃນ ບໍລິສັດ ລ້ານຊ້າງ ມິນເນໂຣນສ໌ ລິມິເຕັດ (ລຊມລ.) ເຊິ່ງເປັນບໍລິສັດທີ່ເປັນເຈົ້າຂອງ ບໍ່ຄຳ-ທອງເຊໂປນ ໃຫ້ແກ່ ບໍລິສັດ ຊືເຟິງ ຈີຫລົງ ຂຸດຄົ້ນບໍ່ຄຳ ຈຳກັດ (ຊື່ເຟິງ) ໃນມູນຄ່າ 275 ລ້ານ ໂດລາສະຫະລັດ.